ເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນຢູ່ເຂດຊາຍແດນຫວຽດນາມ-ລາວ

Chia sẻ
(vovworld)-  ພາຍຫລັງ​ກອງ​ປະຊຸມ​ຢູ່​ແຂວງ​ເທື່ອ​ທຽນ​ເຫວ້, ຕອນ​ເຊົ້າ​ວັນ​ທີ 18/9....
ເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນຢູ່ເຂດຊາຍແດນຫວຽດນາມ-ລາວ - ảnh 1
ກອງ​ປະຊຸມ​ຝຶກ​ອົບຮົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍວ່າດ້ວຍຊາຍແດນ
ພາບ:internet

(vovworld)-  ພາຍຫລັງ​ກອງ​ປະຊຸມ​ຢູ່​ແຂວງ​ເທື່ອ​ທຽນ​ເຫວ້, ຕອນ​ເຊົ້າ​ວັນ​ທີ 18/9 ຢູ່ ນະຄອນ ນາມ​ກີ່, ​ແຂວງ ກວ໋າງນາມ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ​, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ, ກະຊວງ​ອຸດສາຫະກຳ ການ​ຄ້າ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ວິທະຍຸ​ກະຈາຍສຽງ, ​ໂທລະພາບ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ຝຶກ​ອົບຮົມ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ໃຫ້​ແກ່​ເຈົ້າ​ກົກ​ເຈົ້າ​ເຫລົ່າ, ນາຍບ້ານ, ຜູ້ມີ​ອິດ​ທິພົນ ​ເກືອບ 140 ຄົນ ຢູ່ ​ເຂດ​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ ລາວ ຂຶ້ນ​ກັບ​ແຂວງ ກວ໋າງນາມ ​ແລະ ກອນ​ຕູ​ມ. ​ເມື່ອ​ເວົ້າ​ເຖິງ​ຈຸດປະສົງ​ຈັດ​ຕັ້ງກອງ​ປະຊຸມ, ທ່ານ ​ເຈືອງ​ມີນຕວນ ຮອງ​ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ກຳມະການ​ຄະນະ​ຊີ້​ນຳ​ກ່ຽວ​ກັບ​ການ​ຂີດ​ເສັ້ນປັກ​ຫລັກ​ໝາຍ​ຊາຍ​ແດນ​ໃຫ້​ຮູ້​ວ່າ:

        “ຈຸດປະສົງ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ແມ່ນ​ເພື່ອຍົກ​ສູງ​ກຳລັງ​ຄວາມ​ສາມາດ, ນິຕິ​ກຳ​ເພື່ອ​ໃຫ້​ເຈົ້າ​ກົກ​ເຈົ້າ​ເຫລົ່າ, ນາຍບ້ານ ກຳ​ໄດ້​ກົດໝາຍ​ເພື່ອໂຄສະນາ​ເຜີຍ​​ແຜ່​ໃຫ້​ວົງ​ຕະຕຸ​ນ, ວົງ​ຄະນາ​ຍາດ​ຂອງ​ຕົນ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ກົດໝາຍ​ວ່າ​ດ້ວຍ​ຊາຍ​ແດນ.”