ພາບປະກອບ: Getty |
ກ່າວຄຳເຫັນພາຍຫຼັງກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດ EU ໃນວັນທີ 22 ກຸມພາ ຢູ່ Brussles, ປະເທດແບນຊິກ, ທ່ານ Josep Borrell ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ EU ໄດ້ປະກາດວ່າ EU ຕີລາຄາວ່າ ປະເທດ ລັດເຊຍພວມເດີນຕາມເສັ້ນທາງອອກໄກຈາກ ເອີລົບ ແລະ ກຸ່ມນີ້ຕ້ອງສົ່ງສານຢ່າງແຮງໄປເຖິງ ລັດເຊຍ, ລາຍລະອຽດກ່ຽວກັບຄຳສັ່ງລົງໂທດຂອງ EU ເລັ່ງໃສ່ ລັດເຊຍ ຍັງບໍ່ທັນໄດ້ຮັບການປະກາດເທື່ອ ແຕ່ຕາມສື່ມວນຊົນ ເອີລົບ, EU ຈະອອກຄຳສັ່ງປິດຕາຍຊັບສິນ ແລະ ຫ້າມເດີນທາງໄປມາຢູ່ບັນດາປະເທດເອີລົບ ສຳລັບບັນດາບຸກຄົນທີ່ມີສິດອຳນາດໃນອຳນາດການປົກຄອງ ລັດເຊຍ. ຄາດວ່າ, ຄຳສັ່ງລົງໂທດຈະໄດ້ຮັບຮອງຢ່າງເປັນທາງການໃນຕົ້ນເດືອນມີນາ ປີ 2021, ຫຼັງຈາກທີ່ໄດ້ຮັບການຮັບຮອງເອົາຈາກບັນດາປະເທດສະມາຊິກ EU.
ກວາງຢຸງ, ນັກຂ່າວ VOV ປະຈຳ ຝລັ່ງ