ເປີດ​ລາຍ​ການ​ທ່ອງ​ທ່ຽວ “ການ​ເດີນ​ທາງ ຍາມ​ຄ່ຳ​ຄືນ ຢູ່​ດ່າ​ລາດ” ຢູ່​ສະ​ຖາ​ນີ​ລົດ​ໄຟ​ເກົ່າ​ແກ່​ທີ່​ສຸດ ຫວຽດ​ນາມ

Chia sẻ
(VOVWORLD) - ເຂົ້າຮ່ວມຖ້ຽວລົດໄຟ “ການເດີນທາງຍາມຄ່ຳຄືນຢູ່ ດ່າລາດ”, ນອກຈາກໄດ້ຄົ້ນຫາຮັບຊົມທິດທັດທີ່ງົດງາມຍາມຄ່ຳຄືນຂອງ ດ່າລາດແລ້ວ, ແຂກທ່ອງທ່ຽວ ຍັງໄດ້ຮັບຊົມຮັບຟັງດົນຕີ ຫຼື ຮັບປະທານອາຫານຕາມໃຈອີກດ້ວຍ.
ເປີດ​ລາຍ​ການ​ທ່ອງ​ທ່ຽວ “ການ​ເດີນ​ທາງ ຍາມ​ຄ່ຳ​ຄືນ ຢູ່​ດ່າ​ລາດ” ຢູ່​ສະ​ຖາ​ນີ​ລົດ​ໄຟ​ເກົ່າ​ແກ່​ທີ່​ສຸດ ຫວຽດ​ນາມ - ảnh 1ເປີດການບໍລິການຮັບໃຊ້ແຂກທ່ອງທ່ຽວແຕ່ 18 ໂມງ 15 ນາທີ ຮອດ 21 ໂມງ 20 ນາທີ ຂອງທຸກໆວັນໃນອາທິດ (ພາບ: VOV)

ຕອນຄ່ຳວັນທີ 14 ເມສາ, ຢູ່ ສະຖານີລົດໄຟ ດ່າລາດ, ນະຄອນ ດ່າລາດ, ແຂວງ ເລິມດົ່ງ ຂອງ ຫວຽດນາມ, ບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໄດ້ເປີດ ຖ້ຽວລົດໄຟຍາມຄ່ຳຄືນ ແຕ່ດ່າລາດ ໄປ ຈ້າຍມາດ ຊື່ງເອີ້ນວ່າ “ການເດີນທາງຍາມຄ່ຳຄືນຢູ່ ດ່າລາດ”. ຖ້ຽວລົດໄຟນີ້ ແລ່ນດ້ວຍລະດັບຄວາມໄວຊ້າ, ການໄປ - ກັບ ໃຊ້ເວລາທັງໝົດ 1 ຊົ່ວໂມງ, ໂດຍເປີດການບໍລິການຮັບໃຊ້ແຂກທ່ອງທ່ຽວແຕ່ 18 ໂມງ 15 ນາທີ ຮອດ 21 ໂມງ 20 ນາທີ ຂອງທຸກໆວັນໃນອາທິດ. ເຂົ້າຮ່ວມຖ້ຽວລົດໄຟຍາມຄ່ຳຄືນນີ້, ນອກຈາກໄດ້ຄົ້ນຫາຮັບຊົມທິດທັດທີ່ງົດງາມຍາມຄ່ຳຄືນຂອງ ດ່າລາດແລ້ວ, ແຂກທ່ອງທ່ຽວ ຍັງໄດ້ຮັບຊົມຮັບຟັງດົນຕີ ຫຼື ຮັບປະທານອາຫານຕາມໃຈອີກດ້ວຍ. ທ່ານ ດ່າວແອັງຕວັນ, ປະທານສະພາບໍລິຫານບໍລິສັດຫຸ້ນສ່ວນຂົນສົ່ງທາງລົດໄຟ ໄຊງ່ອນ, ບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ ໃຫ້ຮູ້ວ່າ:

         “ພວກຂ້າພະເຈົ້າປາດຖະໜາວ່າ ລາຍການທ່ອງທ່ຽວ “ການເດີນທາງຍາມຄ່ຳຄືນ ຢູ່ ດ່າລາດ” ບໍ່ພຽງແຕ່ແມ່ນຜະລິດຕະພັນທີ່ເປັນເອກະລັກ, ປະກອບສ່ວນພັດທະນາການທ່ອງທ່ຽວ ແລະ ເສດຖະກິດ ດ່າລາດ ໃນຕອນກາງຄືນເທົ່ານັ້ນ, ຫາກຍັງແມ່ນຜະລິດຕະພັນທຳອິດ ຂອງການສ້າງຕັ້ງລະບົບສະໜອງການບໍລິການທີ່ສົມບູນແບບອີກດ້ວຍ, ເພື່ອໃຫ້ ສະຖານີລົດໄຟ, ຖ້ຽວລົດໄຟ ດ່າລາດ - ຈ້າຍມາດ ກາຍເປັນຈຸດນັດພົບດ້ານວັດທະນະທຳ, ທ່ອງທ່ຽວ, ອາຫານການກິນ ທີ່ຂາດບໍ່ໄດ້ສຳລັບແຂກທ່ອງທ່ຽວເມື່ອມາ ດ່າລາດ.”

ຕອບກັບ