ເປີດ​ຕົວ​ພື້ນ​ທີ່ ຫວຽດ​ນາມ ຢູ່ ນະ​ຄອນຫຼວງ ອູ​ກູ​ຣ​ວາຍ

Chia sẻ
(VOVWORLD) - ພື້ນທີ່ທີ່ມີຊື່ວ່າ ຫວຽດນາມ ນັ້ນ ກໍເພື່ອແນໃສ່ອາໄລຫາປະທານໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ, ໃນໄລຍະເພິ່ນເດີນທາງໄປຊອກຫາເສັ້ນທາງກູ້ຊາດ ກໍ່ໄດ້ໄປຍັງ ອູກູຣວາຍ ໃນປີ 1912. ພື້ນທີ່ ຫວຽດນາມ ຕັ້ງຢູ່ໃກ້ຫໍປະຊຸມ Antel Arena, ເຊິ່ງເປັນຫໍປະຊຸມທີ່ທັນສະໄໝທີ່ສຸດຂອງ ອູກູຣວາຍ.
ເປີດ​ຕົວ​ພື້ນ​ທີ່ ຫວຽດ​ນາມ ຢູ່ ນະ​ຄອນຫຼວງ ອູ​ກູ​ຣ​ວາຍ - ảnh 1ມະຕິຕົກລົງວ່າດ້ວຍການຕັ້ງຊື່ພື້ນທີ່ ຫວຽດນາມ ໃນເສັ້ນທາງຫຼວງ Jose Pedro Valera (ພາບ: TTXVN)

ອຳນາດການປົກຄອງນະຄອນຫຼວງ Montevideo, ອູກູຣວາຍ, ໄດ້ຮັບຮອງເອົາມະຕິຕົກລົງວ່າດ້ວຍການຕັ້ງຊື່ພື້ນທີ່ ຫວຽດນາມ ໃນເສັ້ນທາງຫຼວງ Jose Pedro Valera, ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີ ແຫ່ງວັນໄຊຊະນະ ວັນທີ 30 ເມສາ, ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2024) ແລະ ວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຄົບຮົບ 134 ປີ (19/05/1890 – 19/05/2024). ມະຕິສະບັບດັ່ງກ່າວ ໄດ້ຮັບການຮັບຮອງເອົາເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍລະຫວ່າງ ອູກູຣວາຍ ແລະ ຫວຽດນາມ ພາຍຫຼັງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 30 ປີ (ໃນປີ 2023), ອຳນາດການປົກຄອງ Montevideo ໄດ້ຕົກລົງເຫັນດີຮັບຮອງເອົາການວາງແຜນຜັງສ້າງຕັ້ງພື້ນທີ່ສາທາລະນະທີ່ມີຊື່ ປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ.

        ອຳນາດການປົກຄອງນະຄອນຫຼວງ Montevideo ໃຫ້ຮູ້ວ່າ ພື້ນທີ່ທີ່ມີຊື່ວ່າ ຫວຽດນາມ ນັ້ນ ກໍເພື່ອແນໃສ່ອາໄລຫາປະທານໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ, ໃນໄລຍະເພິ່ນເດີນທາງໄປຊອກຫາເສັ້ນທາງກູ້ຊາດ ກໍ່ໄດ້ໄປຍັງ ອູກູຣວາຍ ໃນປີ 1912. ພື້ນທີ່ ຫວຽດນາມ ຕັ້ງຢູ່ໃກ້ຫໍປະຊຸມ Antel Arena, ເຊິ່ງເປັນຫໍປະຊຸມທີ່ທັນສະໄໝທີ່ສຸດຂອງ ອູກູຣວາຍ.


ຕອບກັບ