ເປີດຕົວປຶ້ມ ແລະ ງານວາງສະແດງກ່ຽວກັບສັນຍາ ປາຣີ ຢູ່ Verrieres le Buisson

Chia sẻ
(VOVWORLD) -ມີປ້າຍໂຄສະນາໃຫຍ່ 20 ແຜ່ນ ທີ່ປະດ້ວຍພາບຖ່າຍເອກະສານກ່ຽວກັບສົງຄາມ ຫວຽດນາມ ແລະ ສັນຍາສັນຕິພາບ ປາຣີ ໄດ້ຕັ້ງຢູ່ສຳນັກງານປົກຄອງນະຄອນ Verrieres le Buisson, ຢູ່ຊານນະຄອນ ປາຣີ.
ເປີດຕົວປຶ້ມ ແລະ ງານວາງສະແດງກ່ຽວກັບສັນຍາ ປາຣີ ຢູ່ Verrieres le Buisson - ảnh 1ຄາດວ່າ, ງານວາງສະແດງຈະເປີດປະຕູໄປຮອດທ້າຍເດືອນ ມັງກອນ ຈຶ່ງອັດລົງ
(ພາບ: TTXVN)

        ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ (27 ມັງກອນ 1973 – 27 ມັງກອນ 2023), ວັນທີ 17 ມັງກອນ, ສະມາຄົມປະຫວັດສາດນະຄອນ Verrieres le Buisson ໄດ້ຈັດງານວາງສະແດງ, ພາບຖ່າຍເອກະສານ ແລະ ບັນດາບົດຂຽນທີ່ກ່ຽວຂ້ອງເຖິງສົງຄາມຢູ່ ຫວຽດນາມ.

        ມີປ້າຍໂຄສະນາໃຫຍ່ 20 ແຜ່ນ ທີ່ປະດ້ວຍພາບຖ່າຍເອກະສານກ່ຽວກັບສົງຄາມ ຫວຽດນາມ ແລະ ສັນຍາສັນຕິພາບ ປາຣີ ໄດ້ຕັ້ງຢູ່ສຳນັກງານປົກຄອງນະຄອນ Verrieres le Buisson, ຢູ່ຊານນະຄອນ ປາຣີ. ງານວາງສະແດງໄດ້ແນະນຳໃຫ້ແຂກມາຊົມບັນດາເອກະສານລ້ຳຄ່າ, ຄັດສະເໜີບົດຂຽນໃນໜັງສືພິມນັບຮ້ອຍສະບັບຂອງ ຝລັ່ງ ແລະ ສາກົນຂອງຜູ້ຂຽນຫຼາຍຄົນ. ທ່ານ Christian Gautier, ໜຶ່ງໃນບັນດາຜູ້ຂຽນປຶ້ມໃຫ້ຮູ້ວ່າ, ປີນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງເຫດການສຳຄັນຍິ່ງນີ້, ສະມາຄົມປະຫວັດສາດ Verrieres le Buisson ໄດ້ພິມຈຳໜ່າຍ ປຶ້ມຄືນໃໝ່, ໃນນັ້ນໄດ້ເພີ່ມເຕີ່ມເອກະສານຫຼາຍຢ່າງກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາ ປາຣີ ແລະ ພິທີຕັ້ງປ້າຍປູຊະນີຍະສະຖານຢູ່ເຮືອນເລກທີ 17 ຖະໜົນ Cambaceres ໃນປີ 2013.

        ຄາດວ່າ, ງານວາງສະແດງຈະເປີດປະຕູໄປຮອດທ້າຍເດືອນ ມັງກອນ ຈຶ່ງອັດລົງ.

ຕອບກັບ