ເຖິງວ່າຖືກບຸກໂຈມຕີແຕ່ຊາວປະມົງກວ໋າງຫງາຍສືບຕໍ່ອອກຝັ່ງຫາປາ

Chia sẻ
(vovworld)-ຕອນ​ເຊົ້າ​ວັນ​ທີ 11/5, ທ່ານ ຫງວຽນ​ກວກ​ຈີ​ງ, ປະທານ​ສະມາ​ພັນອາຊີ​ບຫາ​ປາ ອານ​ຫາຍ

ເຖິງວ່າຖືກບຸກໂຈມຕີແຕ່ຊາວປະມົງກວ໋າງຫງາຍສືບຕໍ່ອອກຝັ່ງຫາປາ - ảnh 1
ພາບປະກອບ:internet


(vovworld)-ຕອນ​ເຊົ້າ​ວັນ​ທີ 11/5, ທ່ານ ຫງວຽນ​ກວກ​ຈີ​ງ, ປະທານ​ສະມາ​ພັນອາຊີ​ບຫາ​ປາ ອາ​ນຫາຍ, ​ເມືອງ ຫລີ​ເຊີນ ​ແຂວງ ກວ໋າງຫງາຍ ​ໃຫ້​ຮູ້​ວ່າ: ທ່ານ​ຫາ​ກໍ່​ໄດ້​ຮັບ​ຂ່າວ​ວ່າ ມີ​ກຳ​ປັ່ນ​ຫາ​ປາ​ຂອງ​ຊາວ​ປະມົງ ຫລີ​ເຊີນ ຕ່ືມ​ອີກ​ລຳ​ຫນຶ່ງ​ຖືກ​ກຳ​ປັ່ນ ຈີນ ບຸກ​ໂຈມ​ຕີ, ຢືດ​ເອົາ​ຊັບ​ສິນ​ຢູ່​ເຂດ​ທະ​ເລ ຮ່ວາງ​ຊາ. ມາ​ຮອດ​ປະຈຸ​ບັນ, ນີ້​ແມ່ນ​ກຳ​ປັ່ນ​ລຳ​ທີ​ 2 ຂອງ​ຊາວ​ປະມົງ​ເມືອງ ຫລີ​ເຊີນ ຖືກ​ຝ່າຍ​ຈີນ ບຸກ​ໂຈມ​ຕີ​ໃນ 3 ມື້​ຜ່ານ​ມາ. ​ເຖິງ​ວ່າ​ຖືກ ຝ່າຍ​ຈີນນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ແຕ່​ໃນ​ຊຸມ​ມື້​ຜ່ານ​ມາ, ຊາວ​ປະມົງ​ແຂວງ ກວ໋າງຫງາຍ ຍັງ​ຄົງ​ຕັດສິນ​ໃຈ​ສືບ​ຕໍ່​ອອກ​ຝັ່ງ​ຫາ​ປາ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.  ປະຈຸ​ບັນ, ​ແຂວງ ກວ໋າງຫງາຍ ມີ​ກຳ​ປັ່ນ 2.400 ລຳ​ພວມ​ຫາ​ປາ​ຢູ່​​​ໄກ​ຝັ່ງ, ສ່ວນ​ຫລາຍຢູ່​ເຂດ​ຫາ​ປາ​ ຮ່ວາງ​ຊາ, ​ເຈື່ອງ​ຊາ. ທ່ານ ຫງວຽນ​ກວກ​ຈີ​ງ ຢືນຢັນ​ວ່າ: ໝູ່​ເກາະ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ ແມ່ນຂອງ​ຫວຽດນາມ ສະ​ນັ້ນ ຊາວ​ປະມົງ​​ຍັງ​ຄົງ​ສືບ​ຕໍ່​ອອກ​ຝັ່ງ​ທັງ​ຂຸດ​ຄົ້ນ​ທະ​ເລ​ທັງ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ຫວຽດນາມ.