ມອບຂອງຂວັນໃຫ້ລູກຫລານຂອງກຳມະກອນ |
ກຳມະບານເຂດອຸດສາຫະກຳ - ເຂດຜະລິດສົ່ງອອກ ຮ່າໂນ້ຍ ໄດ້ຈັດຕັ້ງພິທີປຸກລະດົມເດືອນເພື່ອກຳມະກອນ, ເດື່ອນເຄື່ອນໄຫວກ່ຽວກັບຄວາມປອດໄພຫລັກອະນາໄມໃນການອອກແຮງງານ. ໃນໂອກາດນີ້, ຄະນະຈັດຕັ້ງໄດ້ຍ້ອງຍໍກຳມະກອນດີເດັ່ນ 231 ຄົນ ແລະ ກຳມະກອນມີຫົວຄິດປະດິດສ້າງ 114 ຄົນ. ສະຫະພັນແຮງງານ ແຂວງ ຫວີງລອງ ກໍ່ໄດ້ສົມທົບກັບກຳມະບານບັນດາເຂດອຸດສາຫະກຳແຂວງ ຫວີງລອງ ຈັດຕັ້ງລາຍການມອບຂອງຂວັນໃຫ້ແກ່ລູກຂອງກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກ.