ຊູແອັດ ປາດຖະໜາຢາກຍູ້ແຮງການຮ່ວມມືພັດທະນາດ້ານຄົມມະນາຄົມອັດສະລິຍະ ແລະ ເຂດຕົວເມືອງອັດສະລິຍະຢູ່ ຫວຽດນາມ

Chia sẻ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ, ປະຈຸບັນ, ຊູແອັດ ນອນໃນຈຳນວນ 10 ຄູ່ຄ້າໃຫຍ່ສຸດຂອງ ຫວຽດນາມ ຢູ່ສະຫະພາບ ເອີລົບ (ອີຢູ).
ຊູແອັດ ປາດຖະໜາຢາກຍູ້ແຮງການຮ່ວມມືພັດທະນາດ້ານຄົມມະນາຄົມອັດສະລິຍະ ແລະ ເຂດຕົວເມືອງອັດສະລິຍະຢູ່ ຫວຽດນາມ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານ Andreas Carlson, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ເຮືອນຢູ່ ຊູແອັດ)

        ຕອນບ່າຍວັນທີ 14 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Andreas Carlson, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ເຮືອນຢູ່ ຊູແອັດ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ຮູ້ວ່າ, ປະຈຸບັນ, ຊູແອັດ ນອນໃນຈຳນວນ 10 ຄູ່ຄ້າໃຫຍ່ສຸດຂອງ ຫວຽດນາມ ຢູ່ສະຫະພາບ ເອີລົບ (ອີຢູ). ໄລ່ຮອດເດືອນ ມີນາ 2024, ວົງເງິນການຄ້າ 2 ຝ່າຍບັນລຸກວ່າ 360 ລ້ານ USD, ເພີ່ມຂຶ້ນ 9,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ກ່ຽວກັບການລົງທຶນ, ຊູແອັດ ຢືນອັນດັບທີ 29 ໃນຈຳນວນ 140 ປະເທດ, ເຂດແຄວ້ນທີ່ລົງທຶນເຂົ້າ ຫວຽດນາມ, ດ້ວຍ 109 ໂຄງການຍັງມີຜົນສັກສິດ ແລະ ຍອດທຶນຈົດທະບຽນແມ່ນ 733 ລ້ານ USD. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຖືວ່າ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມື ແລະ ບັນດາວິສາຫະກິດຂອງ ຊູແອັດ ສາມາດຊອກຫາຄູ່ຮ່ວມມື ຫວຽດນາມ ທີ່ເໝາະສົມໃນຂົງເຂດໂທລະຄົມມະນາຄົມ, ການຫັນພະລັງງານເປັນສີຂຽວ, ເຄືອຂ່າຍໄຟຟ້ານະວັດຕະກຳ…

        ສ່ວນທ່ານລັດຖະມົນຕີ Andreas Carlson, ເນັ້ນໜັກວ່າ, ບັນດາວິສາຫະກິດ ຊູແອັດ ຕີລາຄາສູງຄວາມສາມາດບົ່ມຊ້ອນຮ່ວມມືຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດຄົມທະນາຄົມອັດສະລິຍະ ແລະ ເຂດຕົວເມືອງອັດສະລິຍະ.

ຕອບກັບ