ເຊື້ອພະຍາດໄວຣັດ nCoV: ຈຳນວນຜູ້ຕິດເຊື້ອຢູ່ຈີນ ເພີ່ມຂຶ້ນກວ່າ 30.000 ກໍລະນີ

Chia sẻ
(VOVWORLD) -ມີຜູ້ຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (nCoV) 3.143 ກໍລະນີ ແລະ ມີ 73 ກໍລະນີເສຍຊີວິດຢູ່ 31 ແຂວງ, ນະຄອນໃນທົ່ວປະເທດຈີນ ໃນວັນທີ 06 ກຸມພາ.

ເຊື້ອພະຍາດໄວຣັດ nCoV: ຈຳນວນຜູ້ຕິດເຊື້ອຢູ່ຈີນ ເພີ່ມຂຶ້ນກວ່າ 30.000 ກໍລະນີ - ảnh 1 ຈຳນວນຜູ້ຕິດເຊື້ອຢູ່ຈີນ ເພີ່ມຂຶ້ນກວ່າ 30.000 ກໍລະນີ

(ພາບປະກອບ: AFP)

ຕອນເຊົ້າວັນທີ 07 ກຸມພາ, ວົງການເຈົ້າໜ້າທີ່ສາທາລະນະສຸກຈີນ ແຈ້ງໃຫ້ຊາບວ່າ, ໄດ້ມີຜູ້ຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (nCoV) 3.143 ກໍລະນີ ແລະ ມີ 73 ກໍລະນີເສຍຊີວິດຢູ່ 31 ແຂວງ, ນະຄອນໃນທົ່ວປະເທດຈີນ ໃນວັນທີ 06 ກຸມພາ.

          ແລະກໍ່ໃນຕອນເຊົ້າວັນທີ 07 ກຸມພາ, ການາດາ ໄດ້ຢັ້ງຢືນວ່າ ບັນດາພົນລະເມືອງການາດາ ທຳອິດໄດ້ກັບເມືອປະເທດຈາກນະຄອນ ອູ່ຫັ້ນ, ແຂວງ ຮູເປີ່ຍ.

          ໃນເຫດການທີ່ກ່ຽວຂ້ອງ, ອົງການອະນາໄມໂລກ (WHO) ພວມສ້າງແຜນການຮຽກໂຮມຈັດເວທີປາໄສຄົ້ນຄວ້າ ແລະ ປ່ຽນແປງໃໝ່ທົ່ວໂລກ ເພື່ອແນໃສ່ປຸກລະດົມການກະທຳຂອງສາກົນເພື່ອຮັບມືກັບເຊື້ອໄວຣັດ nCoV. ເວທີປາໄສດັ່ງກ່າວຈະໄດ້ດຳເນີນໃນລະຫວ່າງວັນທີ 11 – 12 ກຸມພາ, ຢູ່ເຊີແນວ, ປະເທດສະວິດ.

          ວັນທີ 06 ກຸມພາ, ວົງການເຈົ້າໜ້າທີ່ການທູດສ.ເກົາຫຼີ  ແລະ ຍີ່ປຸ່ນ ໄດ້ມີການພົບປະເຫັນດີຮ່ວມມືກັນມານະພະຍາຍາມຕ້ານເຊື້ອໄວຣັດ nCoV. ທີ່ການພົບປະ, 2 ຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການແລກປ່ຽນຂໍ້ມູນຂ່າວສານຢ່າງລຽນຕິດກ່ຽວກັບບັນດາມາດຕະການເພື່ອຮັບມືກັບເຊື້ອໄວຣັດ nCoV.

ຕອບກັບ