ເຈົ້າໜ້າທີ່ ສ.ເກົາຫຼີ - ອາເມລິກາ ປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ

Chia sẻ
(VOVWORLD) - 2 ຝ່າຍໄດ້ປຶກສາຫາລືກ່ຽວກັບວິທີຕ່າງໆເພື່ອແນໃສ່ “ຮັບປະກັນສະພາບການດ້ານການເມືອງຢ່າງຮ້າຍແຮງ” ຢູ່ແຫຼມເກົາຫຼີ ໃນປະຈຸບັນໃຫ້ມີສະຖຽນລະພາບ.
ເຈົ້າໜ້າທີ່ ສ.ເກົາຫຼີ - ອາເມລິກາ ປຶກສາຫາລືກ່ຽວກັບບັນຫາ ສປປ.ເກົາຫຼີ - ảnh 1
(ພາບປະກອບ: CNBC)

ວັນທີ 19 ເມສາ, ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ Lee In young ໄດ້ປຶກສາຫາລືກັບທູດພິເສດ ອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ ທ່ານ Sung Kim ເພື່ອຊອກຫາວິທີນຳ ສປປ.ເກົາຫຼີ ກັບຄືນສູ່ໂຕະເຈລະຈາ.

        2 ຝ່າຍໄດ້ປຶກສາຫາລືກ່ຽວກັບວິທີຕ່າງໆເພື່ອແນໃສ່ “ຮັບປະກັນສະພາບການດ້ານການເມືອງຢ່າງຮ້າຍແຮງ” ຢູ່ແຫຼມເກົາຫຼີ ໃນປະຈຸບັນໃຫ້ມີສະຖຽນລະພາບ. ທ່ານລັດຖະມົນຕີ Lee In young ເນັ້ນໜັກວ່າ, 2 ຝ່າຍຄວຍຮັກສາການຮ່ວມມືດ້ານນະໂຍບາຍຢ່າງແໜ້ນແຟ້ນ ກ່ອນດຳເນີນພິທີສາບານຕົວເຂົ້າດຳລົງຕຳແໜ່ງຂອງອຳນາດການປົກຄອງປະທານາທິບໍດີທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ທ່ານ Yoon Suk yeol, ກໍຄືການສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ.

        ສ່ວນທ່ານ Sung Kim ໃຫ້ຮູ້ວ່າ, ອາເມລິກາ ຍັງຊັງຊາຕໍ່ກໍລະນີດຳເນີນການເຄື່ອນໄຫວທາງການທູດ ແລະ ແຊກແຊງກັບ ພຽງຢາງ, ແຕ່ເນັ້ນໜັກວ່າ ວໍຊິງຕັນ ຈະໂຕ້ຕອບບັນດາການກະທຳເກາະຜິດຂອງ ສປປ.ເກົາຫຼີ ຜ່ານການປຶກສາຫາລືຢ່າງແໜ້ນແຟ້ນກັບ ສ.ເກົາຫຼີ.

ຕອບກັບ