ເກີດເຫ​ດລົດ​ລະ​ເບີດ​ຢູ່​ພາກ​ໃຕ້ ປະ​ເທດ ໄທ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບຫຼາຍກວ່າ 30 ຄົນ

Chia sẻ
(VOVWORLD) -ມີຜູ້ເສຍຊີວິດຢ່າງໜ້ອຍສູເ 1 ຄົນ ແລະ ຮັບບາດເຈັບປະມານ 30 ຄົນ ໃນຂະນະທີ່ລົດເກີດລະເບີດຢູ່ຕຶກອາຄານຂອງຕຳຫຼວດແຂວງ ນະຣາທິວາດ, ພາກໃຕ້ຂອງ ໄທ ໃນວັນທີ 22 ພະຈິກ.
ເກີດເຫ​ດລົດ​ລະ​ເບີດ​ຢູ່​ພາກ​ໃຕ້ ປະ​ເທດ ໄທ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບຫຼາຍກວ່າ 30 ຄົນ - ảnh 1ລົດເກີດລະເບີດຢູ່ຕຶກອາຄານຂອງຕຳຫຼວດແຂວງ ນະຣາທິວາດ, ພາກໃຕ້ຂອງ ໄທ (ພາບ: Reuters)

ຕຳຫຼວດ ໄທ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສູເ 1 ຄົນ ແລະ ຮັບບາດເຈັບປະມານ 30 ຄົນ ໃນຂະນະທີ່ລົດເກີດລະເບີດຢູ່ຕຶກອາຄານຂອງຕຳຫຼວດແຂວງ ນະຣາທິວາດ, ພາກໃຕ້ຂອງ ໄທ ໃນວັນທີ 22 ພະຈິກ. ມາຮອດປັດຈຸບັນ, ຍັງບໍ່ທັນມີຜູ້ໃດອອກມາຮັບຜິດຊອບຕໍ່ເຫດບຸກໂຈມຕີດັ່ງກ່າວ.

        ສະພາບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ 3 ແຂວງ ພາກໃຕ້ຂອງ ໄທ ລວມມີ ຢະລາ, ປັດຕະນີ ແລະ ນະຣາທິວາດ  ເກີດມີການຜັນແປສັບສົນຢູ່ເລື້ອຍໆໃນຫຼາຍທົດສະວັດຜ່ານມາ. ບັນດາພວກກະບົດ ອິດສະລາມ ແຍກຕົວຢູ່ເຂດນີ້ ໄດ້ກໍ່ເຫດໃຊ້ຄວາມຮຸນແຮງຢ່າງຕໍ່ເນື່ອງ, ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 7.300 ຄົນ ໃນການປະທະກັນຄັ້ງຕ່າງໆ ນັບແຕ່ປີ 2004 ມານີ້.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ