ເກີດເຫດດິນເຊາະເຈືຶ່ອນຢູ່ ອິນໂດເນເຊຍ ເຮັດໃຫ້ກ່ວາ 20 ຄົນເສຍຊີວິດ ແລະ ຫາຍສາບສູນ

Chia sẻ
(VOVWORLD) - ບັນດາຄວາມມານະພະຍາຍາມຮັບມືໂດຍດ່ວນຖືກສັບສົນຫຼາຍຍ້ອນເງື່ອນໄຂດິນຟ້າອາກາດບໍ່ດີ ແລະ ຖະໜົນຫົນທາງພາໄປເຖິງເຂດນີ້ຖືກເປເພ, ເຮັດໃຫ້ບັນດາຍານພາຫະນະ, ລວມທັງລົດພະຍາບານ
ເກີດເຫດດິນເຊາະເຈືຶ່ອນຢູ່ ອິນໂດເນເຊຍ ເຮັດໃຫ້ກ່ວາ 20 ຄົນເສຍຊີວິດ ແລະ ຫາຍສາບສູນ - ảnh 1ສະຖານທີ່ເກີດເຫດ
(ພາບ:AFP )

ວັນທີ 15 ເມສາ, ບັນດາຄວາມມານະພະຍາຍາມກູ້ໄພກູ້ຊີບ ແລະ ຊອກຫາບັນດາຜູ້ຫາຍສາບສູນໃນເຫດດິນເຊາະເຈື່ອນຢູ່ເຂດທາງທິດໃຕ້ Sulawesi, ປະເທດ ອິນໂດເນເຊຍ, ສືບຕໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໂຄສົກອົງການກູ້ໄພກູ້ຊີບໄພພິບັດທຳມະຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ: ບັນດາຄວາມມານະພະຍາຍາມຮັບມືໂດຍດ່ວນຖືກສັບສົນຫຼາຍຍ້ອນເງື່ອນໄຂດິນຟ້າອາກາດບໍ່ດີ ແລະ ຖະໜົນຫົນທາງພາໄປເຖິງເຂດນີ້ຖືກເປເພ, ເຮັດໃຫ້ບັນດາຍານພາຫະນະ, ລວມທັງລົດພະຍາບານ, ປະສົບກັບຄວາມຫຍຸ້ງຍາກໃນການຍົກຍ້າຍຜູ້ປະສົບເຄາະຮ້າຍ. ສະພາບພູມສາດຢູ່ເຂດພູສູງ ແລະ ຂາດແສງສະຫວ່າງໃນຍາມຄ່ຳຄືນກໍ່ເຮັດໃຫ້ການເຄື່ອນໄຫວກູ້ໄພກູ້ຊີບຊັກຊ້າລົງ. ຄວາມຕ້ອງການ ຈຳເປັນທີ່ສຸດຂອງໜ່ວຍກູ້ໄພກູ້ຊີບແມ່ນຍານພາຫະນະເພື່ອເປີດທາງ ເພື່ອໃຫ້ລົດພະຍາບານສາມາດເຖິງຜູ້ປະສົບເຄາະຮ້າຍ. ປະຈຸບັນ, ມີ 19 ຄົນເສຍຊີວິດ ແລະ ອີກ 2 ຄົນຖືກຫາຍສາບສູນໃນເຫດດິນເຊາະເຈື່ອນດັ່ງກ່າວ.

ຕອບກັບ