ເກີດ​ເຫດດິນ​ເຊາະ​ເຈືອນ​ຢູ່ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ ເຮັດ​ໃຫ້​ມີ​ຜູ​້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 12 ຄົນ

Chia sẻ
(VOVWORLD) -  ຝົນຕົກໜັກ ເຮັດໃຫ້ຮ່ອມພູຖືກເຊາະເຈືອນລົງສູ່ແມ່ນ້ຳ Kasai ເຊິ່ງເປັນບ່ອນທີ່ມີກ່ຳປັ່ນລຳໜຶ່ງກຳລັງເຂົ້າທຽບທ່າ. ເຫດດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 12 ຄົນ ແລະ ຜູ້ຫາຍສາບສູນກວ່າ 60 ຄົນ. 
ເກີດ​ເຫດດິນ​ເຊາະ​ເຈືອນ​ຢູ່ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ ເຮັດ​ໃຫ້​ມີ​ຜູ​້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 12 ຄົນ - ảnh 1ບ່ອນເກີດເຫດ (ພາບ: TTXVN)

ບັນດາກຳລັງມີໜ້າທີ່ຮັບຜິດຊອບພວມມານະພະຍາຍາມກູ້ເອົາຊີວິດບັນດາຜູ້ປະສົບເຄາະຮ້າຍໃນເຫດດິນເຊາະເຈືອນທີ່ເກີດຂຶ້ນຢູ່ ຕາແສງ  Dibaya Lubwe, ແຂວງ Kwilu ຢູ່ເຂດທາງທິດຕາເວັນຕົກພາກໃຕ້ ສາທາລະນະລັດ ປະຊາທິປະໄຕ ກົງໂກ ເມື່ອວັນທີ 13 ເມສາ ຜ່ານມາ. ແຈ້ງການຂອງວົງການເຈົ້າໜ້າທີ່ ທ້ອງຖິ່ນດັ່ງກ່າວ ໃຫ້ຮູ້ວ່າ ຝົນຕົກໜັກ ເຮັດໃຫ້ຮ່ອມພູຖືກເຊາະເຈືອນລົງສູ່ແມ່ນ້ຳ Kasai ເຊິ່ງເປັນບ່ອນທີ່ມີກ່ຳປັ່ນລຳໜຶ່ງກຳລັງເຂົ້າທຽບທ່າ. ເຫດດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 12 ຄົນ ແລະ ຜູ້ຫາຍສາບສູນກວ່າ 60 ຄົນ. ຕາມທ່ານ Felicien Kiway ຮັກສາການເຈົ້າແຂວງ ແຂວງ Kwilu ແລ້ວ, ໂອກາດຊອກຄົ້ນຫາຜູ້ລອດຊີວິດ ແມ່ນບອກບາງທີ່ສຸດ. 

ຕອບກັບ