ເກີດເຫດການທະຫານອາບກາ ນິດສະຖານ ຍິງທະຫານ NATO ຕາຍ

Chia sẻ
ມື​ປືນ​ສອງ​ຄົມ​ນຸ່ງ​​ເຄື່ອງ​ແບບທະຫານ​ອາບ​ກາ​ນິດ​ສະຖານ ​ໄດ້​ຍິງ​ທະ​ຫານ​ຂອງ NATO ຜູ້​ໜຶ່ງ​​ເສຍ​ຊີວິດ ຢູ່​ອາບ​ກາ​ນິດ​ສະຖານ. ​
ເກີດເຫດການທະຫານອາບກາ ນິດສະຖານ ຍິງທະຫານ NATO ຕາຍ - ảnh 1
ທະ​ຫານ​ຂອງ NATO ຢູ່ອາບ​ກາ​ນິດ​ສະຖານ
(ພາບຈາກອີນເຕີແນດ)

(vovworld) - ວັນ​ທີ 7/8, ​ແຫຼ່ງຂ່າວ​ຈາກ​ກຳລັງ​ຮັກສາ​ສັນຕິພາບ​ສາກົນ (ISAF) ຢູ່​ອາບ​ກາ​ນິສະຖານ ທີ່​ຂຶ້ນ​ກັບອົງການ NATO ​ໃຫ້​ຮູ້​ວ່າ: ມື​ປືນ​ສອງ​ຄົມ​ນຸ່ງ​​ເຄື່ອງ​ແບບທະຫານ​ອາບ​ກາ​ນິດ​ສະຖານ ​ໄດ້​ຍິງ​ທະ​ຫານ​ຂອງ NATO ຜູ້​ໜຶ່ງ​​ເສຍ​ຊີວິດ ຢູ່​ອາບ​ກາ​ນິດ​ສະຖານ. ​ແຕ່ NATO ບໍ່​ໃຫ້​ຮູ້​ລະອຽດກ່ຽວ​ກັບ​ເຫດການ ​ແລະ ຂໍ້​ມູນ​​ທີ່​ກ່ຽວຂ້ອງ​ເຖິງ​ທະຫານ​ຜູ້​ນີ້. ​ເຫດການ​ນີ້​ພວມ​ຢູ່​ໃນ​ໄລຍະ​ສືບສວນ​ຢູ່.

        ​ໃນ​ເຫດການ​ທີ່​ກ່ຽວຂ້ອງ, ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນຫຼວງ Kabul ​ແລະ ​ແຂວງ Logar, ​ໄດ້​ເກີດ​​ເຫດວາງລະ​ເບີດ​ 2 ຄັ້ງ, ເຮັດ​ໃຫ້ 8 ຄົນ​ເຊຍ​ຊີວິດ ​ແລະ 18 ຄົນ​ຖືກ​ບາດ​ເຈັບ.