ເກຼັກ ຊຸກຍູ້ກອງທຶນປ້ອງກັນຄວາມໝັ້ນຄົງ ເອີລົບ

Chia sẻ
(VOVWORLD) - ທ່ານກໍ່ແບ່ງປັນວ່າ ຖ້າບັນດາສະມາຊິກນຳໃຊ້ກອງທຶນລວມນີ້ຈະຕ້ອງພິສູດບັນດາໂຄງການຈະນຳມາເຊິ່ງຄວາມປອດໄພໃຫ້ແກ່ພົນລະເມືອງ ເອີລົບ, ພ້ອມທັງເນັ້ນໜັກວ່າ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃຫມ່ຕ້ອງໄດ້ຍົກອອກມາຢູ່ ເອີລົບ.
ເກຼັກ ຊຸກຍູ້ກອງທຶນປ້ອງກັນຄວາມໝັ້ນຄົງ ເອີລົບ - ảnh 1ທ່ານນາຍົກລັດຖະມົນຕີ ໂປໂລຍ Donalk Tusk ແລະ ທ່ານນາຍົກລັດຖະມົນຕີ ເກຼັກ Kyriakos Mitsotakis
(ພາບ: PAP/Marcin Obara )

ເພື່ອແນໃສ່ຊອກຫາບັນດາມາດຕະການແກ້ໄຂບັນດາສິ່ງທ້າທາຍໃໝ່ ແລະ ເພີ່ມທະວີການຮ່ວມມືປ້ອງກັນ ເອີລົບ, ວັນທີ 14 ເມສາ, ທ່ານນາຍົກລັດຖະມົນຕີ ເກຼັກ Kyriakos Mitsotakis, ຮຽກຮ້ອງໃຫ້ສ້າງຕັ້ງກອງທຶນປ້ອງກັນຄວາມໝັ້ນຄົງ ເອີລົບ ພາຍຫຼັງການພົບປະກັບຄູ່ຕຳແໜ່ງ ໂປໂລຍ Donalk Tusk, ຢູ່ Warsaw, ປະເທດ ໂປໂລຍ. ຕາມທ່ານນາຍົກລັດຖະມົນຕີ Mitsotakis ແລ້ວ, ເລື່ອງສ້າງກອງທຶນປ້ອງກັນຄວາມໝັ້ນຄົງ ເອີລົບ ຈະແກ້ໄຂບັນດາຄວາມວິຕົກວັງວົນໃນປະຈຸບັນ, ຍົກຕົວຢ່າງຄືການເພີ່ມທະວີຄວາມສາມາດປ້ອງກັນລູກສອນໄຟ. ທ່ານກໍ່ແບ່ງປັນວ່າ ຖ້າບັນດາສະມາຊິກນຳໃຊ້ກອງທຶນລວມນີ້ຈະຕ້ອງພິສູດບັນດາໂຄງການຈະນຳມາເຊິ່ງຄວາມປອດໄພໃຫ້ແກ່ພົນລະເມືອງ ເອີລົບ, ພ້ອມທັງເນັ້ນໜັກວ່າ ບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງໃຫມ່ຕ້ອງໄດ້ຍົກອອກມາຢູ່ ເອີລົບ.

        ການຢ້ຽມຢາມ ໂປໂລຍຂອງທ່ານນາຍົກລັດຖະມົນຕີ Mitsotakis ແມ່ນການຢ້ຽມຢາມຄັ້ງທຳອິດຂອງນາຍົກລັດຖະມົນຕີ ເກຼັກ ນັບແຕ່ປີ 2011. ທ່ານກໍ່ເນັ້ນໜັກການພົວພັນສ່ວນຕົວຂອງຕົນກັບ ໂປໂລຍ, ພ້ອມທັງສະແດງຄວາມນິຍົມນັບຖືຂອງ ຊາວເກັຼກ ຕໍ່ຕຳຫຼວດດັບເພິງ ໂປໂລຍ ໄດ້ມາຮອດ ເກັຼກໃນປີ 2023 ເພື່ອໜູນຊ່ວຍບັນດາການເຄື່ອນໄຫວດັບເພິງໃນເຫດໄຟໄໝ້ປ່າ.

ຕອບກັບ