ຮຽກຮ້ອງນັກປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃຫ້ປະເທດຊາດ

Chia sẻ
ຕອນ​ບ່າຍ​ວັນ​ທີ 7/6, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ນັກ​ປັນຍາ​ຊົນ​ຊາວຫວຽດນາມອາ​ໄສຢູ່ຕ່າງປະ​ເທດທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ນັກ​ຊ່ຽວຊານ​, ນັກປັນຍາ​ຊົນ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດກັບ​ການພັດທະນາ​ເສດຖະກິດ ​ແລະ ​ເຊື່ອມ​ໂຍງຂອງ​ຫວຽດນາມ ​ໄລຍະ 2016 – 2020
ຮຽກຮ້ອງນັກປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດປະກອບສ່ວນພັດທະນາເສດຖະກິດ-ສັງຄົມໃຫ້ປະເທດຊາດ - ảnh 1
ທ່ານສາດສະດາຈານ ຫງວຽນ​ທ້ຽນ​ເຍີນ ແລະ ບັນດາ
ນັກ​ປັນຍາ​ຊົນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ
(ພາບ: Hoang Long)

(vovworld) – ​​​ ​ຕອນ​ບ່າຍ​ວັນ​ທີ 7/6, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ນັກ​ປັນຍາ​ຊົນ​ຊາວຫວຽດນາມອາ​ໄສຢູ່ຕ່າງປະ​ເທດທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ນັກ​ຊ່ຽວຊານ​, ນັກປັນຍາ​ຊົນ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດກັບ​ການພັດທະນາ​ເສດຖະກິດ ​ແລະ ​ເຊື່ອມ​ໂຍງຂອງ​ຫວຽດນາມ ​ໄລຍະ 2016 – 2020. ທ່ານສາດສະດາຈານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ຈຸດໝາຍ​ເຖິງປີ 2030 ຫວຽ​ດນາມ​ຈະ​ກາຍ​ເປັນ​ປະ​ເທດ​ທີ່​​ເຂັ້ມ​ແຂງ​ທາງ​ດ້ານ​ກະສິກຳ; ພັດທະນາ​ລະ​ບົນ​ຄຸ້ມ​ຄອງ​​ສະຫຼາດ; ມີ​ຊັບພະຍາກອນ​ມະນຸດວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຫວຽດນາມ ລອດ​ເຂົ້າ​ Top ທີ່ 3 ASEAN ​ແລະ ກາຍ​ເປັນ​ປະ​ເທດທີ່​ເຂັ້ມ​ແຂງ​​ດ້ານ​ການທ່ອງ​ທ່ຽວ. ທ່ານ​ຫງວຽນ​ທ້ຽນ​ເຍີນ ຮຽກຮ້ອງ​ການ​ປະກອບສ່ວນ​ຂອງຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​​ໃນ​ການ​ເຄື່ອນ​ໄຫວ​ພັດທະນາ​ປະ​ເທດ​ໃນ 5 ຂົງ​ເຂດ​ນີ້. ບັນດານັກ​ປັນຍາ​ຊົນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ພ້ອມ​ກັນ​ແລກປ່ຽນ​ກ່ຽວ​ກັບ​ວິທີ​ຕ່າງໆ ເພື່ອລະດົມນັກ​ປັນຍາ​ຊົນ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ ​ແລະ ພັດທະນາ​ເສດຖະກິດ - ສັງຄົມຂອງ​ປະ​ເທດ.