ຮອດປີ2020ຈະມີປະຊາຊົນ90%ເຂົ້າຮ່ວມການຊື້ບັດປະກັນສຸຂະພາບ

Chia sẻ
ຕອນ​ເຊົ້າ​ວັນ​ທີ 3/6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ຍູ​້​ແຮງ​ການ​ປະຕິບັດ​ການປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ.
ຮອດປີ2020ຈະມີປະຊາຊົນ90%ເຂົ້າຮ່ວມການຊື້ບັດປະກັນສຸຂະພາບ - ảnh 1
ກອງປະຊຸມຜ່ານເຄືອຂ່າຍອີນເຕີເນັດຂອງລັດຖະບານ
(ພາບ: sggp.org.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 3/6, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເປັນ​ປະທານ​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ​ທົ່ວ​ປະ​ເທດ ກ່ຽວ​ກັບ​ການ​ຍູ​້​ແຮງ​ການ​ປະຕິບັດ​ການປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ.

        ​ເມື່ອ​ສິ້ນ​ສຸດ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາສູງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຊຶ່ງ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຮງ​ໃນ​ການ​ສຸ້ຊົນ​ຮອດປີ 2020 ຈະ​ມີ​ປະຊາຊົນ 90% ​ເຂົ້າ​ຮ່ວມ​ການ​ຊື້​ບັດ​ປະກັນ​ສຸຂະພາບ. ທ່ານ​ ຫງວຽນ​ຊວນ​ຟຸກ ຢັ້ງຢືນ​ວ່າ: ການ​ຊື້​ບັດ​ປະກັນ​ສຸຂະພາບ​ແມ່ນ​ບັງຄັບ​ຕາມ​ລະບຽບ​ກົດໝາຍກຳນົດ, ​ແມ່ນ​ສິດຜົນປະ​ໂຫຍ​ດ ​ແລະ ຄວາມ​ຮັບຜິດ​ຊອບ​ຂອງປະຊາຊົນ​ທຸກ​ຄົນ. ​ເພື່ອ​ບັນລຸ​ຄາດໝາຍ​ຮອດ​ປີ 2020 ຢ່າງ​ໜ້ອຍ​ສຸດ​ມີ​ປະ​ຊາ​ຊົນ 90% ​ເຂົ້າຮ່ວມ​ການ​ຊື້​ບັດ​ປະກັນ​ສຸຂະພາບ, ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ອົງການ​ປະກັນ​ສັງຄົມ ຫວຽດນາມ ຕ້ອງ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ການ​ຊື້​ບັດ​ປະກັນ​ສຸຂະພາບ​ເປັນ​ຢ່າງ​ດີ… ສຳລັບ​ກະຊວງ​ສາທາລະນະ​ສຸກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ນຳ​ຍົກ​ສູງ​ຄຸນ​ນະພາ​ບການກວ​ດ, ປິ່ນປົວ​ພະຍາດ​​ໂດຍ​ນຳ​ໃຊ້​ບັດ​ປະກັນ​ສຸຂະພາບ, ຫຼີກ​ລ້ຽງ​ການ​ຈຳ​ແນ​ກການປະພຶດ:

        “ກະຊວງ​ສາທາລະນະ​ສຸກ​ຊີ້​ນຳ​ບັນດາ​ໂຮງໝໍ, ຍົກ​ສູງ​ຄຸນ​ນະພາ​ບການກວດ, ປິ່ນປົວ​ພະຍາດ, ບໍ່​ຈຳ​ແນ​ກການ​ປະພຶດ​ລະຫວ່າງ​ຜູ້​ກວດ​ພະຍາດ​​ໂດຍນຳ​ໃຊ້​ບັດ​ປະກັນ​ສຸຂະພາບ, ພິ​ເສດ​ແມ່ນ​ປະຕິ​ຮູບ​ລະບຽບ​ການ​ບໍລິ​ຫານ, ປັບປຸງ​ຂັ້ນ​ຕ​ອນຊຳລະ… ຢາກ​ເຮັດ​​ໄດ້​ຄື​ແນວ​ນັ້ນ, ຂະ​ແໜງ​ສາທາລະນະ​ສຸກ​ຕ້ອງ​ເພີ່ມ​ທະວີ​ການ​ກວດກາ​ບັນດາ​ໂຮງໝໍ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ອົງການ​ສື່ສານສື່​ມວນ​ຊົນ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ.”