ສື່ມວນຊົນລາວ ໄດ້ໃຫ້ຂ່າວກ່ຽວກັບ 70 ປີໄຊຊະນະດ້ຽນບຽນຝູ ຢ່າງເຂັ້ມຂຸ້ນ

ນັກຂ່າວ VOV ປະຈຳ ລາວ
Chia sẻ
(VOVWORLD) - “ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ກຳປູເຈຍ; ໄດ້ພ້ອມກັນຮ່ວມສຳພັນສູ້ຮົບຕ້ານສັດຕູໂຕດຽວກັນ ເພື່ອປົດປ່ອຍປະເທດຊາດ”.
ສື່ມວນຊົນລາວ ໄດ້ໃຫ້ຂ່າວກ່ຽວກັບ 70 ປີໄຊຊະນະດ້ຽນບຽນຝູ ຢ່າງເຂັ້ມຂຸ້ນ - ảnh 1ພາບປະກອບ

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7/5/1954 7/5/2024), ສື່ມວນຊົນລາວໄດ້ໃຫ້ຂ່າວຫຼວງຫຼາຍກ່ຽວກັບເຫດການປະຫວັດສາດສຳຄັນນີ້ຂອງປະຊາຊົນ ຫວຽດນາມ.

        ໃນໜ້າຫຼັກຂອງໜັງສືພິມ ປະຊາຊົນ, ປະເທດລາວ ແລະ ສື່ເອເລັກໂຕນິກຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ເອົາລົງບົດຂຽນ “ກອງທັບປະຊາຊົນລາວ ປະກອບສ່ວນເຂົ້າໃນໄຊຊະນະ ດ້ຽນບຽນຝູ”, “ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດ ມຸ່ງໄປເຖິງການສ້າງສາປະເທດ ສປປລາວ” ແລະ “ສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ”. ບົດຂຽນໃນໜັງສືພິມ ປະຊາຊົນ ມີຕອນຂຽນວ່າ: “ໄຊຊະນະດ້ຽນບຽນຝູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ກຳປູເຈຍ; ໄດ້ພ້ອມກັນຮ່ວມສຳພັນສູ້ຮົບຕ້ານສັດຕູໂຕດຽວກັນ ເພື່ອປົດປ່ອຍປະເທດຊາດ”. ໄຊຊະນະໄດ້ຟື້ນຟູສັນຕິພາບຢູ່ ອິນດູຈີນ, ຮັບຮູ້ພື້ນຖານເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນຄົບຖ້ວນຂອງສາມປະເທດ ອິນດູຈີນ ຫວຽດນາມ - ລາວ - ກຳປູເຈຍ.

        ສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ສະຖານີໂທລະພາບແຫ່ງຊາດ ລາວ ກໍ່ໄດ້ເອົາລົງຫຼາຍຂ່າວ, ບົດ, ບົດສຳພາດ ກ່ຽວກັບໄຊຊະນະດ້ຽນບຽນຝູ…

ຕອບກັບ