ຮອງ​ປະທານ​ແນວ​ໂຮມ​ປະ​ເທດ​ ​ຈີນ ຢ້ຽມຢາມ ຫວຽດນາມ

Chia sẻ
ຄະນະ​ຜູ້​ແທນ​ຂອງ​ສະຫະ​ສະມາຄົມ​ປະຊາຊົນ​ຈີນ ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ

ຮອງ​ປະທານ​ແນວ​ໂຮມ​ປະ​ເທດ​ ​ຈີນ ຢ້ຽມຢາມ   ຫວຽດນາມ - ảnh 1
ການເຈລະຈາລະຫວ່າງຄະນະ​ຜູ້​ແທນ​ຂອງ​ສະຫະ​ສະມາຄົມ​ປະຊາຊົນ​ຈີນ
ແລະ ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ
ພາບ:daibieunhandan.vn


(vovworld) -​ໃນ​ຂອ​ບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ ​ແຕ່​ວັນ​ທີ 17 - 19/4, ຕອນ​ເຊົ້າ​ວັນ​ທີ 18/4 ຢູ່ ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ຂອງ​ສະຫະ​ສະມາຄົມ​ປະຊາຊົນ​ຈີນ ​ເພື່ອ​ສັນຕິພາບ ​ແລະ ຫລຸດຜ່ອນ​ອາວຸດ, ​​ທະຫານ ​ໂດຍ​ທ່ານ ລີ​ອູ​ອວຍ ຮອງ​ປະທານ ​ແນວ​ໂຮມ​ປະ​ເທດ​​ຈີນ, ຮອງ​ຫົວຫນ້າ​ສະຫະ​ສະມາຄົມ​ດັ່ງ​ກ່າວ​ນຳ​ຫນ້າ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໂດຍ​ທ່ານ Nguyen Van Kien ຮອງ​ປະທານ​ປະຈຳ​ສະຫະພັນ​ບັນດາ​ອົງການ​ຈັດ​ຈັ້ງ​ມິດຕະພາບ ຫວຽດນາມ. ທີ່​ການ​ເຈລະຈາ, ທ່ານ ລີ​ອູ​ອວຍ ​ໄດ້​ຢືນຢັນ​ຄືນ​ນະ​ໂຍບາຍ​ພັດທະນາ​ສັນຕິພາບ​ຂອງ​ຈີນ ຊຶ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​​ຈາກ​ລັດຖະບານ​ຈີນ ​ເມື່ອ ​ປີ 2011, ​ໃນ​ນັ້ນ ຈີນ​ຖື​ການ​ພົວພັນ​ມິດຕະພາບ​ການ​ຮ່ວມ​ມື​ກັບ​ບ້ານ​ໃກ້​ຄຽງ​ເປັນ​ສຳຄັນ, ​ໃນ​ນັ້ນ​ມີ​ຫວຽດນາມ. ທ່ານ ລີ​ອູ​ອວຍ ຢືນຢັນ​ວ່າ:

“​ໂດ​ຍ​ແມ່ນ​ອົງການ​ສັນຕິ​ພາບ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ, ສະຫະ​ສະມາຄົມ​ປະຊາຊົນ ຍາມ​ໃດ​ກໍ​ຕັ້ງຫນ້າ​ສະຫນັບສະຫນູນ​ທິດ​ນຳ ​ແລະ ລັດຖະນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະບານ​ຈີນ, ພັດທະນາ​ການ​ພົວພັນ​ກັບ​ບັນດາ​ອົງການ​ສັນຕິພາບ​ຂອງ​ປະ​ເທດ​ບ້ານ​ໃກ້​ຄຽງ​ຕື່ມ​ອີກ, ສ້າງ​ສະ​ພາບ​ແວດ​ລ້ອມ​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ສະດວກ​ໃຫ້​ແກ່​ການ​ຮ່ວມ​ມື ​ແລະ ພັດທະນາ. ພວກ​ຂ້າພະ​ເຈົ້າ​ຍາມ​ໃດ​ກໍ​ຖື​ການ​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ອົງການ​ຈັດ​ຕັ້ງມິດຕະພາບ​ຂອງ​ ຫວຽດນາມ​ ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ວ່າ ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ສອງ​ຝ່າຍ, ພວກ​ເຮົາ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ, ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.”

ຕອນບ່າຍວັນດຽວກັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ຈີນ. ນະທີ່ນີ້ ທ່ານ Nguyen Sinh Hung ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຖືເປັນສຳຄັນ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະ ປະຊາຊົນຈີນ ນັບມື້ນັບປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ຈີນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະ ການພັດທະນາຂອງສອງຊາດ.