ຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງນີງ

ຫ້ອງການຕາງໜ້າ VOV ປະຈຳກວາງນີງ
Chia sẻ
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ບັນດາ​ຫົວໜ່ວຍ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດບັນດາ​ຂະ​ແໜງ​ຖ່ານຫີນ, ​ໄຟຟ້າ​ໃນ​ບໍລິ​ເວນ​ແຂວງກ​ວາງ​ນີງ
ຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງນີງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ

(vovworld) – ວັນ​ທີ 9/2, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ບັນດາ​ຫົວໜ່ວຍ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດບັນດາ​ຂະ​ແໜງ​ຖ່ານຫີນ, ​ໄຟຟ້າ​ໃນ​ບໍລິ​ເວນ​ແຂວງກ​ວາງ​ນີງ. ​​ເມື່ອ​ລົງຢ້ຽມ ຢາມ ​ແລະ ​ເຮັດ​ວຽກ​ຢູ່​ໂຄງການ​​ໄຟຟ້າ​ໃຊ້ພະລັງ​ຄວາມຮ້ອນ ​ໂມງ​ເຢືອງ I ​ແລະ II ທີ່​ນະຄອນ​ເກີ​ມຝາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ພວມ​ມານະ​ພະຍາຍາມ​ປະຕິບັດ​ການ​ປະຕິ​ຮູບ​ກົດ​ລະບຽບ​ດ້ານ​ບໍລິຫານ, ຍູ້​ແຮງ ​ແລະ ດຶງ​ດູດ​ການ​ລົງທຶນ​ໃນ​ທຸກຂົງ​ເຂດ. ສະ​ເພາະ​​ຂະ​ແໜງ​​ໄຟຟ້າ, ຄວາມ​ຕ້ອງການ​​​ໃຊ້​ສອຍ​ພະລັງງານໄຟຟ້າຂອງ​ຊາດ​​ໄດ້ ເພີ່ມ​ຂຶ້ນ​​ແຮງ​ໃນ​ຊຸມ​ປີ​ມໍໆ​ມາ​ນີ້. ຄວາມ​ຮັບຜິດຊອບ​ຂອງ​ຂະ​ແໜງ​ໄຟຟ້າ​ສຳລັບ​ການ​ພັດທະນາ​ເສດຖະກິດ-​ສັງຄົມຂອງ​ປະ​ເທດ​ແມ່ນ​​ໃຫຍ່​ທີ່​ສຸດ. ດັ່ງ​ນັ້ນ, ຮຽກຮ້ອງ​​ໃຫ້​ກະຊວງ, ຂະ​ແໜງ​ການທຸກ​ຂັ້ນ ​ແລະ ທ້ອງ​ຖິ່ນ​ຕ້ອງ​ມານະ​ພະຍາ ຍາມ​ຮັກສາ​ຄວາມ​ສາມາດ​ສະໜອງ​ໄຟຟ້າ.

    ​ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ບຸນປີ​ໃໝ່​ປີ​ມະ​ແມ 2015, ທ່ານ​ຮອງ​ນາຍົກລັດ ຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ​ມອບ​ຂອງຂວັນ​ໃຫ້​ແກ່​ການ​ນຳ, ກຳມະກອນຢູ່ກິດຈະກຳ​ກໍ່ສ້າ​ງ​ໂຄງການ​ໄຟຟ້າ​ໃຊ້​ພະລັງຄວາມ​ຮ້ອນ ​ໂມງ​ເຢືອງ I ​ແລະ II.

    ​ແລະກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງ ຫາຍ ​ໄດ້​ລົງ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ຫົວໜ່ວຍ​ຄື: ​ເຂດ​ຂຸດ​ຄົ້ນ​ຖ່ານຫີນ ​ແຄ​​ເຢີ​ຍ, ​ເຂດ​ເຮືອນ​ຢູ່​ໃຫ້​ກຳມະກອນບໍ່​ແຮ່​ທີ່ຂຶ້ນ​ກັບ​​ບໍລິສັດ​ໃຫຍ່​ດົງ​ບັກ, ຢ້ຽມ ຢາມ​ກິດຈະກຳ​ສວນສາທາລະນະ​ ອານ​ລາກ​ວຽນ ທີ່​ຕາ​ແສງ​ຫວູອາຍ, ​ເມືອງ ຮວັ່ນໂບ່ ຂອງບໍລິສັດ​ຫຸ້ນ​ສ່ວນ​ກຸ່ມ​ບໍລິສັດ Indevco.