ຮອງນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງລອງອານ

Chia sẻ
(vovworld) –  ​ວັນ​ທີ 9/2, ຄະນະ​ຜູ້​ແທນ​ລາຊະ​ອານາຈັກ​ກຳປູ​ເຈຍ ​ໂດຍ​ທ່ານ​ນາງ Men Xom On , ຮອງ​ນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ, ​ເປັນ​ຫົວໜ້າ​ຄະນະ,
ຮອງນາຍົກລັດຖະມົນຕີລາຊະອານາຈັກກຳປູເຈຍ ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງລອງອານ - ảnh 1
ທ່ານ​ນາງ​ຮອງນາຍົກລັດຖະມົນຕີ ​ກຳປູ​ເຈຍ
Men Xom On
ພາບ:internet
(vovworld) –  ​ວັນ​ທີ 9/2, ຄະນະ​ຜູ້​ແທນ​ລາຊະ​ອານາຈັກ​ກຳປູ​ເຈຍ ​ໂດຍ​ທ່ານ​ນາງ Men Xom On , ຮອງ​ນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ, ​ເປັນ​ຫົວໜ້າ​ຄະນະ, ​ໄດ້​​ໄປອວຍພອນປີ​ໃໝ່​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ລອງ​ອານ. ທ່ານ​ນາງ Men Xom On  ​ໄດ້​ອວຍພອນ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ລອງ​ອານ ບັນລຸ​ຜົນງານ​ໃໝ່ຫຼາຍ​ຢ່າງ, ສືບ​ຕໍ່​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ​ມິດຕະ ພາບ, ການ​ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາຊະ​ອານາຈັກ​ກຳປູ​ເຈຍ. ທ່ານ​ເລຂາ​ຄະນະ​ພັກ​ແຂວງ ມາຍ​ວັນ​ຈີ໋ງ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ລະຫວ່າງ ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ-​ກຳປູ​ເຈຍ ​ເວົ້າ​ລວມ, ລະຫວ່າງ 3 ​ແຂວງ ລອງ​ອານ-Svay Rieng-Pray Veng ​ເວົ້າ​ສະ​ເພາະ ຈະ​ນຳ​ການ​ພົວພັນ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ຕອບ​ສະໜອງ​ຄວາມ​ມຸ່ງຫວັງຂອງ​ປະຊາຊົນ 2 ປະ​ເທດ ​ເພື່ອ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.