ອຽກລັງ ປະກາດມຸ່ງໄປເຖິງການຮັບຮູ້ລັດ ປາແລດສະຕິນ

Chia sẻ
(VOVWORLD) -   ແອັດສະປາຍ  ແລະ ອຽກລັງ, ແມ່ນບັນດາປະເທດມີການຕໍ່ສູ້ໄລຍະຍາວໃຫ້ແກ່ສິດຂອງຊາວ ປາແລດສະຕິນ, ໃນເດືອນກ່ອນໄດ້ປະກາດພ້ອມກັບ ມານຕາ ແລະ ສະໂລເວນີ ວ່າ: ເຂົາເຈົ້າຈະພ້ອມກັນມານະພະຍາຍາມມຸ່ງໄປເຖິງການຮັບຮູ້ລັດ ປາແລດສະຕິນ.
ອຽກລັງ ປະກາດມຸ່ງໄປເຖິງການຮັບຮູ້ລັດ ປາແລດສະຕິນ - ảnh 1ທ່ານປະທານາທິບໍດີ ປາແລດສະຕິນ Mahmoud Abbas ກ່າວຄຳເຫັນທີ່ກອງປະຊຸມຢູ່ນະຄອນ Ramallah, ວັນທີ 6/10/2019
(ພາບ:  AFP/TTXVN)

ວັນທີ 12 ເມສາ, ຢູ່ນະຄອນຫຼວງ Dublin ຂອງ ອຽກລັງ, ທ່ານນາຍົກລັດຖະມົນຕີ ອຽກລັງ Simon Harris ໄດ້ປະກາດວ່າ ປະເທດນີ້ກຽມຮັບຮູ້ລັດ ປາແລດສະຕິນ ຢ່າງເປັນທາງການ ແລະ ຢາກປະຕິບັດວຽກງານນີ້ພ້ອມກັບ ແອັດສະປາຍ ແລະ ບັນດາປະເທດອື່ນທີ່ມີທັດສະນະດຽວກັນ. ຄຳເຫັນດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ອຽກລັງ Simon Harris ພົບປະກັບຄູ່ຕຳແໜ່ງ ແອັດສະປາຍທ່ານ  Pedro Sanchez.

      ແອັດສະປາຍ  ແລະ ອຽກລັງ, ແມ່ນບັນດາປະເທດມີການຕໍ່ສູ້ໄລຍະຍາວໃຫ້ແກ່ສິດຂອງຊາວ ປາແລດສະຕິນ, ໃນເດືອນກ່ອນໄດ້ປະກາດພ້ອມກັບ ມານຕາ ແລະ ສະໂລເວນີ ວ່າ: ເຂົາເຈົ້າຈະພ້ອມກັນມານະພະຍາຍາມມຸ່ງໄປເຖິງການຮັບຮູ້ລັດ ປາແລດສະຕິນ.  ບັນດາຄວາມມານະພະຍາຍາມນີ້ໄດ້ດຳເນີນໃນສະພາບການຈຳນວນຜູ້ເສຍຊີວິດຍ້ອນການປະທະກັນນັບມື້ນັບເພີ່ມຂຶ້ນຢູ່ເຂດ ກາຊາ, ຊຸກຍູ້ປະຊາຄົມສາກົນຮຽກຮ້ອງຕ້ອງມີຄຳສັ່ງຢຸດຍິງ ແລະ ມາດຕະການຍາວນານໃຫ້ແກ່ສັນຕິພາບຢູ່ເຂດ ຕາເວັນອອກກາງ.

ຕອບກັບ