ອາເມລິກາກ່າວຫາຈີນ ກ່ຽວກັບການເພີ່ມທະວີ ຄວາມເຄັ່ງຕຶງກ່ຽວຂ້ອງເຖິງ ADIZ

Chia sẻ
ວັນ​ທີ 5/12, ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ​ໄດ້​ກ່າວ​ຫາ ຈີນ ພວມ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ເມື່ອ​ສ້າງ​ຕັ້ງ​ເຂດ...
ອາເມລິກາກ່າວຫາຈີນ ກ່ຽວກັບການເພີ່ມທະວີ ຄວາມເຄັ່ງຕຶງກ່ຽວຂ້ອງເຖິງ ADIZ - ảnh 1
ຈີນ ສ້າງຕັ້ງເຂດ ADIZ ພຽງລຳພັງຝ່າຍດຽວ
(ພາບ: AFP)


(vovworld) – ວັນ​ທີ 5/12, ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ​ໄດ້​ກ່າວ​ຫາ ຈີນ ພວມ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ເມື່ອ​ສ້າງ​ຕັ້ງ​ເຂດ​ປ້ອງ​ກັນ​ອາກາດ (ADIZ) ​ໃນ​ທະ​ເລ​ຮວາ​ຕູ​ງ, ພ້ອມ​ທັງ​ຢັ້ງຢືນ​ສັນຕິ​ພາບ​ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​​​ແມ່ນ​ສິດຜົນປະ​ໂຫຍ​ດຂອງ ປັກ​ກິ່ງ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ບັນດາ​ການ​ນຳ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ 60 ທ່ານ​ຢູ່​ປັກ​ກິ່ງ, ທ່ານ​ຮອງ​ປະທານາທິບໍດີ Biden ຮັບ​ຮູ້​ເລື່ອງ ຈີນ ສ້າງ​ຕັ້ງ ADIZ, ​ເຊິ່ງລວມມີ​ໝູ່​ເກາະ​ພວມ​​ເກີດການ​ພິດ​ພາດ​ ຕຽວອີ/ Senkaku ​ເຊິ່ງ ຍີ່ປຸ່ນ ພວມ​ຄວບ​ຄຸມ, ​ໄດ້​ກໍ່ຄວາມ​ວິ​ຕົກ​ວັງ​ວົນ​ຢ່າງໃຫຍ່​ຫຼວງຢູ່​ພາກ​ພື້ນ. ດັ່ງ​ນັ້ນ, ປັກ​ກິ່ງ ມີ​ຄວາມ​ຮັບ​ຜິດ​ຊອບ​​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທີ່​ນີ້.

    ມີ​ເຈົ້າ​ໜ້າທີ່​ຂັ້ນ​ສູງທ່ານ​ໜຶ່ງ​ຂອງ​ທຳນຽບຂາວ ​ໃຫ້​ຮູ້​ວ່າ: ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ຈີນ ສື​ຈິ້ນ​ຜິ​ງ ​ໃນ​ວັນ​ທີ 4/12, ທ່ານ​ຮອງ​ປະທານາທິບໍດີ Biden ​ໄດ້​ຢັ້ງຢືນ​ຄືນ​ໃໝ່​ວ່າ: ອາ​ເມ​ລິ​ກາ ບໍ່​ຮັບ​ຮູ້ ADIZ ​ເຊິ່ງ ປັກ​ກິ່ງ​ຫາ​ກໍ່​ຖະ​ແຫຼ​ງ.

    ​ຂ່າວ​ຍັງ​​ໃຫ້​ຮູ້​ອີກ​ວ່າ, ວັນ​ທີ 5/12, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຫົງ​ເລີຍ ​​ໄດ້​ກະຕຸກ​ຊຸກຍູ້ ອາ​ເມ​ລິ​ກາ ​ເຄົາລົບ​ຂໍ້​ຕົກລົງ​ສ້າງ​ຕັ້ງ ADIZ ​ໃນ​ທະ​ເລ ຮວາ​ຕູ​ງ ຂອງ ​ປັກ​ກິ່ງ ດ້ວຍທ່າ​ທີ​ພາວະ​ວິ​ໄສ ​ແລະ ສະ​ເໝີ​ພາບ.