ອາ​ເມ​ລິກາ ​ແລະ ສ.​ເກົາຫຼີ ມີ​ຄວາມບໍ່​ລົງ​ລອຍ​ກັນ​​ໃນນະ​ໂຍບາຍ​ກັບ ສປປ.​ເກົາຫຼີ

Chia sẻ
(VOVWORLD) -   ວັນທີ 17 ມັງກອນ, ລັດຖະບານ ສ.ເກົາຫຼີ ໄດ້ເນັ້ນໜັກວ່າ ນະໂຍບາຍ ສໍາລັບ ສປປ.ເກົາຫຼີ ແມ່ນນອນໃນຂອບເຂດສິດອໍານາດຂອງ ສ.ເກົາຫຼີ. 
ອາ​ເມ​ລິກາ ​ແລະ ສ.​ເກົາຫຼີ ມີ​ຄວາມບໍ່​ລົງ​ລອຍ​ກັນ​​ໃນນະ​ໂຍບາຍ​ກັບ ສປປ.​ເກົາຫຼີ - ảnh 1ອາເມລິກາ ແລະ ສ.ເກົາຫຼີ ມີຄວາມບໍ່ລົງລອຍກັນໃນນະໂຍບາຍກັບ ສປປ.ເກົາຫຼີ (ພາບ: Getty Images)

     ຖະແຫຼງການດັ່ງກ່າວ ແມ່ນເພື່ອແນໃສ່ໂຕ້ຕອບຄໍາກ່າວປາໄສຂອງທ່ານ Harry Harris ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ສ.ເກົາຫຼີ ທີ່ໄດ້ກ່າວກ່ອນໜ້ານັ້ນ, ໃນນັ້ນ ທ່ານ Harry Harris ໄດ້ສະແດງຫຼັກໝັ້ນຄັດຄ້ານວິທີການຮ່ວມມືລະຫວ່າງ ສ.ເກົາຫຼີ ກັບ ສປປ.ເກົາຫຼີ ໂດຍທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ໄດ້ປະກາດໃນບົດກ່າວປາໄສອວຍພອນປີໃໝ່ໃນເວລາຜ່ານມາ.

        ເມື່ອຕອບສໍາພາດຕໍ່ວົງການນັກຂ່າວຕ່າງປະເທດໃນວັນທີ 16 ມັງກອນ ທີ່ກ່ຽວຂ້ອງເຖິງແຜນການອະນຸຍາດໃຫ້ແຂກທ່ອງທ່ຽວໄປທ່ຽວຢູ່ ສປປ.ເກົາຫຼີ, ທ່ານ Harry Harris ຖືວ່າ ບໍ່ວ່າແຜນການໃດຂອງ ສ.ເກົາຫຼີ ທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ ລ້ວນແຕ່ຕ້ອງໄດ້ຮັບການຮັບຮອງເອົາຈາກກຸ່ມປະຕິບັດງານລະຫວ່າງ ສ.ເກົາຫຼີ - ອາເມລິກາ ເພື່ອແນໃສ່ຫຼີກລ້ຽງການເຂົ້າໃຈຜິດ, ເຊິ່ງອາດຈະພາໄປເຖິງເລື່ອງ ອາເມລິກາຈັດວາງຄໍາສັ່ງຂວໍ້າບາດ.


ຕອບກັບ