ອາເມລິກາ ແລະ ປາກິດສະຖານ ເຊັນຂໍ້ຕົກລົງກ່ຽວກັບການຂົນສົ່ງເຄື່ອງຂອງໃຫ້ Nato

Chia sẻ
ວັນ​ທີ 31/7, ອາ​ເມ​ລິ​ກາ ​ແລະ ປາ​ກິດ​ສະຖານ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຂົນ​ສົ່ງ​​ເຄື່ອງ​ຂອງ ສະໜອງ​ໃຫ້​ແກ່​ກຳລັງ NATO ຢູ່ ອາບ​ກາ​ນິດ​ສະຖານ, ​ແທນ​​ໃຫ້​ຂໍ້​ຕົກລົງ​ໃນ​ປະຈຸ​ບັນ
ອາເມລິກາ  ແລະ ປາກິດສະຖານ ເຊັນຂໍ້ຕົກລົງກ່ຽວກັບການຂົນສົ່ງເຄື່ອງຂອງໃຫ້ Nato - ảnh 1
ກຳລັງ Nato ຢູ່ ອາບການິດສະຖານ
(ພາບ: AP)

(vovworld) - ວັນ​ທີ 31/7, ອາ​ເມ​ລິ​ກາ ​ແລະ ປາ​ກິດ​ສະຖານ ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຂົນ​ສົ່ງ​​ເຄື່ອງ​ຂອງ ສະໜອງ​ໃຫ້​ແກ່​ກຳລັງ NATO ຢູ່ ອາບ​ກາ​ນິດ​ສະຖານ, ​ແທນ​​ໃຫ້​ຂໍ້​ຕົກລົງ​ໃນ​ປະຈຸ​ບັນ. ຂໍ້​ຕົກລົງ​ນີ້ ​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ພັນທະ​ມິດທີ່​ຜັນ​ຂະຫຍາຍ “ບັ້ນ​ຮົບ​ຕ້ານ ກໍ່​ການ​ຮ້າຍ”. ຂໍ້​ຕົກລົງ​ໃໝ່ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ: ບັນດາ​ເສັ້ນທາງ​​ຂົນ​ສົ່ງ​​ເຄື່ອງ​ຂອງ​ສະໜອງ​​ໃຫ້ Nato ຂອງອາ​ເມ​ລິ​ກາ ​ທີ່ຂ້າມ​ຜ່ານ​ເຂດ​ດິນ​ແດນ​ຂອງ ປາ​ກິດ​ສະຖານ ​ໄປ​ຍັງ ອາບ​ກາ​ນິດ​ສະຖານ, ກໍ​ຄື​ບັນດາ​ປະ​ເພດ​​ເຄື່ອງ​ຂອງ “ອັນຕະລາຍ” ທີ່ອາດ​ຈະ​ຖືກ​ຫ້າມ​ຂົນ​ສົ່ງ​ຜ່ານ​ເຂດ​ດິນ​ແດນ ປາ​ກິດ​ສະຖານ. ຄາດ​ວ່າ, ປາ​ກິດ​ສະຖານ ຈະ​ບໍ່​ອະນຸຍາດ​ໃຫ້ NATO ຂົນ​ສົ່ງ​ລູກປືນ, ອາວຸດ​ຜ່ານ​ປະ​ເທດ​ນີ້, ​ເວັ້ນ​ເສຍ​ແຕ່​ໄດ້​ຂົນ​ສົ່ງ​ໃຫ້​ແກ່​ກຳ​ລັງ​ທະຫານ ອາບ​ກາ​ນິດ​ສະຖານ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະ​ເທດ​ຊາດ.

ຕາມ​ບົດ​ບັນທຶກທີ່​ຫາ​ກໍ​ໄດ້ຮັບ​ການ​ລົງ​ນາມ, ​ເຈົ້າ​ໜ້າ​ທີ 2 ປະ​ເທ​ດ ຈະ​ມີ​ການພົບ​ປະກັນ 2 ​ເດືອນ ​ເທ່ືອ​ໜຶ່ງ ​ເພື່ອ​ຕີ​ລາຄາ​ເລື່ອງ​ປະຕິບັດ​ຂໍ້​ຕົກລົງ.