ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ​ໃນ​ການ​ເຈ​ລະ​ຈາ COC ກັບ​ຈີນ​

Chia sẻ
(VOVWORLD) -ກອງປະຊຸມໄດ້ຕີລາຄາສູງບັນດາການພັດທະນາສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະທີ່ຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ການຜັນຂະຫຍາຍບັນດາເນື້ອໃນຂອງແຜນການເຄື່ອນໄຫວ ອາຊຽນ - ອາເມລິກາ ໄລຍະ 2016 – 2020 ຢ່າງຮອບດ້ານ.
ອາ​ເມ​ລິ​ກາ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ອາ​ຊຽນ​ໃນ​ການ​ເຈ​ລະ​ຈາ COC ກັບ​ຈີນ​ - ảnh 1ກອງປະຊຸມຄະນະກຳມະການຮ່ວມມືລວມ (JCC) ອາຊຽນ - ອາເມລິກາຄັ້ງທີ 12 

ວັນທີ 17 ມີນາ, ກອງປະຊຸມຄະນະກຳມະການຮ່ວມມືລວມ (JCC) ອາຊຽນ - ອາເມລິກາຄັ້ງທີ 12 ໄດ້ດຳເນີນຕາມຮູບການທາງອອນລາຍ. ນີ້ແມ່ນກອງປະຊຸມປະຈຳປີຂັ້ນເອກອັກຄະລັດຖະທູດ ເພື່ອແນໃສ່ຕີລາຄາສະພາບການຜັນຂະຫຍາຍບັນດາໂຄງການ ແລະ ການເຄື່ອນໄຫວຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ. ທ່ານ ຫງວຽນຫ໋າຍບັ່ງ ເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

        ກອງປະຊຸມໄດ້ຕີລາຄາສູງບັນດາການພັດທະນາສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະທີ່ຜ່ານມາ ແລະ ສະແດງຄວາມຊົມເຊີຍຕໍ່ການຜັນຂະຫຍາຍບັນດາເນື້ອໃນຂອງແຜນການເຄື່ອນໄຫວ ອາຊຽນ - ອາເມລິກາ ໄລຍະ 2016 – 2020 ຢ່າງຮອບດ້ານ.

        ກ່າວຄຳເຫັນທີ່ກອງປະຊຸມໃນຖານະເປັນປະທານຜູ້ຮັບຜິດຊອບກ່ຽວກັບຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ (IAI), ທ່ານ ເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ ໄດ້ຕີລາຄາສູງບັນດາການປະກອບສ່ວນ ແລະ ໜູນຊ່ວຍ ຂອງ ອາເມລິກາເຂົ້າໃນການຜັນຂະຫຍາຍແຜນການປະຕິບັດງານ IAI ໄລຍະ III (2016 - 2020), ແລະ ສະເໜີໃຫ້ ອາເມລິກາສືບຕໍ່ໜູນຊ່ວຍ ອາຊຽນສມີບັນດາການເຄື່ອນໄຫວ ທີ່ໄດ້ວາງອອກໃນແຜນການປະຕິບັດງານ IAI ໄລຍະ IV (2021 - 2025) ເຊິ່ງໄດ້ຮັບຮອງເອົາຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ໃນປີ 2020.

ຕອບກັບ