ອາເມລິກາ, ລັດເຊຍ ເຈລະຈາກ່ຽວກັບ ສະພາບການຢູ່ຊີຣີ

Chia sẻ

ອາ​ເມ​ລິ​ກາ, ລັດ​ເຊຍ ​ເຈລະຈາ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ

ອາເມລິກາ, ລັດເຊຍ ເຈລະຈາກ່ຽວກັບ ສະພາບການຢູ່ຊີຣີ - ảnh 1

ສະພາບ​ການ​ຢູ່​ຊີຣີ ພວມ​ສັບສົນ

(ພາບ:dantri.com.vn)

( vovworld ) –  ​ວັນ​ທີ 14/6, ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້ຮູ້​ວ່າ: ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຄັ້ງຕ່າງໆ​ກັບ​ລັດ​ເຊຍ ກ່ຽວ​ກັບ​ສະພາບ​ການ​ຢູ່​ຊີຣີ ພ້ອມ​ທັງ​ຊຸກຍູ້​ການ​ກະທຳ​ທີ່​ຕັ້ງໜ້າ​ກ່ວາ ​ເພື່ອ​ຢຸດຕິ​ວິ​ກິດ​ການ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ທ່ານ​ນາງ Hillary Clinton ຢືນຢັນ​ວ່າ, ອາ​ເມ​ລິ​ກາ ຢາກ​ໃຫ້​ແຜນການ​ສັນຕິພາບ​ຂອງ​ທູດ​ພິ​ເສດ​ສາກົນ Kofi Annan ​ໄດ້​ຮັບ​ການປະຕິບັດ​ຢ່າງ​ຄົບ​ຖ້ວນ, ​ໃນ​ນັ້ນລວມທັງວິວັດ​ການ​ມອບ​ໂອນ​ສິດ​ອຳນາດ​ທາງ​ການ​ເມືອງ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ໃຊ້​ຄວາມ​ຮຸງ​ແຮງ​ຢູ່​ຊີຣີ. ວໍ​ຊິງ​ຕັນ ​ພວມ​ດຳ​ເນີນ​ຫຼາຍ​ມາດ​ຕະການ ລວມມີ​ທັງ​ການ​ທາ​ບທາມ​ຄຳ​ເຫັນ​ກັບ​ສະຫະ​ປະຊາ​ຊາດ, ບັນດາ​ພັນທະ​ມິດ, ຄຸ່ຮ່ວມ​ມື ​ແລະ ຝ່າຍ​ຄ້ານ​ຊີຣີ ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ. ກ່ອນ​ໜ້ານັ້ນ, ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ, ທ່ານ Kofi Annan ​ໄດ້ສະ​ເໜີ​ສ້າງຕັ້ງກຸ່ມ​ພົບ​ປະ​ສາກົນ​ກຸ່ມ 1 ​ເພື່ອ​ເຊື່ອມ​ຕໍ່​ປະ​ເທດ​ຕ່າງໆ​ທີ່​ມີ​ບົດບາດ​ໃຫ່ຍຫຼວງ ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ຢຸດຕິ​ວິ​ກິດ​ການ​ຢູ່​ຊີຣີ ​ໂດຍ​ໄວ, ​ໃນ​ຂະນະ​ທີ່​ລັດ​ເຊຍ ​ໄດ້​ຍົກອອກ​ແນວ​ຄວາມ​ຄິດ​ຈັດ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ຊີຣີ.