ອາເມລິກາ ຊອກຫາວິທີຊຸກຍູ້ ສປປ.ເກົາຫຼີ ໃຫ້ມີການກະທໍາລະອຽດ ເພື່ອສ້າງແຫຼມເກົາຫຼີປອດນິວເຄຼຍ

Chia sẻ

(VOVWORLD) -ອາເມລິກາ ບໍ່ພຽງແຕ່ຮັບຟັງຄໍາເວົ້າຂອງທີ່ ສປປ.ເກົາຫຼີ ເທົ່ານັ້ນ ຫາກຍັງຢາກເຫັນປະຈັກຕາການກະທໍາຂອງ ສປປ.ເກົາຫຼີ ເພື່ອປະຕິບັດຄໍາໝັ້ນສັນຍາຍົກເລີກໂຄງການນິວເຄຼຍໃຫ້ປະກົດຜົນເປັນຈິງອີກດ້ວຍ.

ວັນທີ 06 ທັນວາ, ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ John Bolton  ຖືວ່າ ທ່ານປະທານາທິບໍດີ Donald Trump ຢາກມອບກາລະໂອກາດໃຫ້ ສປປ.ເກົາຫຼີ ປະຕິບັດຄໍາໝັ້ນສັນຍາສ້າງແຫຼມເກົາຫຼີ ປອດນິວເຄຼຍ ດ້ວຍເລື່ອງຈັດຕັ້ງການພົບປະສຸດຍອດຄັ້ງທີ 2 ກັບການນໍາ ສປປ.ເກົາຫຼີ Kim Jong-un  ໃນຕົ້ນປີ 2019. ເມື່ອຕອບສໍາພາດຕໍ່ ວິທະຍຸ NPR, ທ່ານ Bolton ຢັ້ງຢືນວ່າ ທ່ານປະທານາທິບໍດີ Donald Trump ພວມສ້າງກາລະໂອກາດໃຫ້ ສປປ.ເກົາຫຼີ ປະຕິບັດຄໍາໝັ້ນສັນຍາ ທີ່ໄດ້ຍົກອອກມາທີ່ກອງປະຊຸມສຸດຍອດຢູ່ ສິງກະໂປ ເມື່ອເດືອນ ມິຖຸນາ ຜ່ານມາ, ພ້ອມທັງ ຖືວ່າ ສປປ.ເກົາຫຼີ ຄວນເປັນເຈົ້າການປະຕິບັດເມື່ອມີໂອກາດ. ເຈົ້າໜ້າທີ່ຜູ້ດັ່ງກ່າວ ຍັງໃຫ້ຮູ້ຕື່ມອີກວ່າ ອາເມລິກາ ບໍ່ພຽງແຕ່ຮັບຟັງທັດສະນະຂອງ ສປປ.ເກົາຫຼີ ເທົ່ານັ້ນ ຫາກຍັງຢາກເຫັນປະຈັກຕາການກະທໍາຂອງ ສປປ.ເກົາຫຼີ ເພື່ອປະຕິບັດຄໍາໝັ້ນສັນຍາຍົກເລີກໂຄງການນິວເຄຼຍໃຫ້ປະກົດຜົນເປັນຈິງອີກດ້ວຍ.

ຕອບກັບ