ອາຊຽນແລະຈີນເຫັບດີຕໍ່ເອກະສານສະບັບໜຶ່ງດຽວກ່ຽວກັບການເຈລະຈາ COC

Chia sẻ
(VOVWORLD) -ບັນດານັກການທູດອາຊຽນ ແລະ ຈີນ ໃຫ້ຮູ້ວ່າ, ບັນດາລັດຖະມົນຕີການຕ່າງປະເທດຂອງ 2 ຝ່າຍໄດ້ເຫັນດີຕໍ່ “ເອກະສານສະບັບໜຶ່ງດຽວ” ເພື່ອເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

ວັນທີ 31 ກໍລະກົດ, ໜັງສືພິມ The Nation ຂອງໄທ ໄດ້ຄັດຄຳເວົ້າຂອງທ່ານ ສຸຣີ້ຢາ ຈີນດາວົງ, ຫົວໜ້າກົມບັນດາບັນຫາອາຊຽນ, ສັງກັດກະຊວງການຕ່າງປະເທດໄທ ເນັ້ນໜັກວ່າ: “ນີ້ແມ່ນຄັ້ງທຳອິດ 2 ຝ່າຍເຫັນດີຕໍ່ເອກະສານເຈລະຈາສະບັບໜຶ່ງດຽວ”. ທ່ານໃຫ້ຮູ້ວ່າ, ວິວັດທະນາການດັ່ງກ່າວຈະເສຍເວລາຫຼາຍ ເພື່ອພາໄປເຖິງການສະຫຼຸບ.

        ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດຈີນ ປະຈຳອາຊຽນ ຂວາງຊີຫຼຽນ ໃຫ້ຮູ້ວ່າ, ໃນຂະນະທີ່ຍັງບໍ່ທັນປະຕິບັດ COC ໃຫ້ປະກົດຜົນເປັນຈິງ, ຈີນ ແລະ ບັນດາປະເທດອາຊຽນ ຈະສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ມານະພະຍາຍາມບັນລຸໄດ້ COC ໃນໄລຍະໄວທີ່ສຸດ.

        ປີ 2002, ອາຊຽນ ແລະ ຈີນ ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບ DOC, ແຕ່ເອກະສານບໍ່ຖືລັກສະນະບັງຄັບໃຊ້ດັ່ງກ່າວ ບໍ່ສາມາດກີດຂວາງໄດ້ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ. 2 ຝ່າຍພວມສ້າງ COC ຄືດັ່ງເຄື່ອງມືຜູກມັດດ້ານກົດໝາຍ ເພື່ອຄວບຄຸມການກະທຳຂອງບັນດາປະເທດໃນເຂດທະເລສຳຄັນນີ້. ໃນຊຸມປີມໍ່ໆມານີ້, ບັນດາຝ່າຍບັນລຸໄດ້ບາດກ້າວພັດທະນາຫຼາຍພໍສົມຄວນໃນການສ້າງບັນດາຫຼັກການເຈລະຈາພື້ນຖານໃຫ້ແກ່ COC.

ຕອບກັບ