ອາຊຽນເປີດລະບົບຮັບມືກັບ ໄພທຳມະຊາດຮີບດ່ວນ ຢ່າງເປັນທາງການ

Chia sẻ

ອາ​ຊຽນ​ເປີດ​ລະບົບ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຮີບ​ດ່ວນ​ຢ່າງ​ເປັນ​ທາງ​ການ

ອາຊຽນເປີດລະບົບຮັບມືກັບ ໄພທຳມະຊາດຮີບດ່ວນ ຢ່າງເປັນທາງການ - ảnh 1

(ພາບ:news.chodientu.vn)

(vovworld) - ​ເນື່ອງ​ໃນ​ໂອກາດ​ລະນຶກ​ວັນ​ສ້າງຕັ້ງຄົບຮອບ 1 ປີ, ສູນ​ປະສານ​ງານ​ໜູນ​ຊ່ວຍ​ມະນຸດ​ສະ​ທຳ ​ແລະ ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ-​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ໄດ້ເປີດ​ລະບົບ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຮີບ​ດ່ວນ​ຢ່າງ​ເປັນ​ທາງ​ການ. ​ແຈ້ງ​ການ​ໜັງສືພິມ​ໃນ​ວັນ​ທີ 10/12 ຂອງ​ຄະນະ​ເລຂາ​ອາ​ຊຽນ ​ໄດ້​ຄັດ​ສະ​ເໜີ​ຄຳ​ກ່າວ​ປາ​ໄສ​ຂອງ​ທ່ານ Alicia Dela Rosa Bala ຮອງ​ເລຂາທິການ​ໃຫ່ຍ ຮັບຜິດຊອບ​ປະຊາ​ຄົມ​ວັດທະນະທຳ-​ສັງຄົມ ​ໂດຍ​ເນັ້ນໜັກ​ວ່າ: ດ້ວຍ​ຈຸດໝາຍ “ສ້າງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໄດ້​ຮັບ​ການ​ກະກຽມ​ທີ່​ດີ​​ໃຫ້​ແກ່​ປະຈຸ​ບັນ ​ແລະ ​ໃນ​ອະນາຄົດ“. ​ລະບົບ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຮີບ​ດ່ວນ​​ແມ່ນ​ຂີດ​ໝາຍ​ໃໝ່​ໃນ​ຄວາມ​ມານະ​ພະຍາຍາມ​ຢ່າງ​ລຽນຕິດ ​ເພື່ອ​ແນ​ໃສ່​ປັບປຸງ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຂອງ​ອາ​ຊຽນ. ​ເລື່ອງ​ເປີດ​ລະບົບ​ດັ່ງກ່າວ​ແມ່ນ​ໜຶ່ງ​ໃນ​ບັນດາ​ບາດກ້າວ​ເດີນ​ເພື່ອ​ສ້າງສູນ​ປະສານ​ງານ​ໜູນ​ຊ່ວຍ​ມະນຸດ​ສະ​ທຳ ​ແລະ ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດອາ​ຊຽນ ສຳ​ເລັດ, ບໍ່​ພຽງ​ແຕ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຕອບ​ສະໜອງ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນພາບ​ພົດ​ປະຊາ​ຄົມອາ​ຊຽນ ມີ​ຄວາມ​ສາມັກຄີ​ຢ່າງ​ຈະ​ແຈ້ງ​ກ່ວາອີກ​ດ້ວຍ.