ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງຮ່ວມມືເສດຖະກິດມີມູນຄ່າ 1,7 ຕື້ໂດລາສະຫະລັດ

Chia sẻ
(VOVWORLD) - ເວທີປາໄສປີນີ້ກໍ່ເປັນຂີດໝາຍຂອງການສ້າງຕັ້ງສະຫະພັນຫ້ອງການການຄ້າສາກົນເຂດອ່າວໃຫຍ່ - ອາຊຽນ ແລະ ສະຖາບັນນະໂຍບາຍ (Think Tank) ການພົວພັນຄູ່ຮ່ວມມືຈີນ - ອາຊຽນ
ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງຮ່ວມມືເສດຖະກິດມີມູນຄ່າ 1,7 ຕື້ໂດລາສະຫະລັດ - ảnh 1ພາບປະກອບ

ວັນທີ 30 ກໍລະກົດ, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ເຂດອ່າວໃຫຍ່ ກວາງຕູງ - ຮົ່ງກົງ - ມາເກົາ (ປະເທດຈີນ) ໄດ້ລົງນາມຂໍ້ຕົກລົງຮ່ວມມືດ້ານເສດຖະກິດ 7 ສະບັບລວມມູນຄ່າ ກ່ວາ 12 ຕື້ ຢວນ (ປະມານ 1,7 ຕື້ໂດລາສະຫະລັດ), ກ່ຽວຂ້ອງເຖິງບັນດາໂຄງການກໍ່ສ້າງເຂດອຸດສາຫະກຳ, ເສດຖະກິດດີຈີຕອນ ແລະ ການຮ່ວມມືດ້ານກະສິກຳ. ເລື່ອງລົງນາມໄດ້ປະຕິບັດສຳເລັດໃນຂອບເຂດເວທີປາໄສຮ່ວມມືເສດຖະກິດເຂດອ່າວໃຫຍ່ ອາຊຽນ - ຈີນ  ປີ 2023, ເຊິ່ງດຳເນີນໃນລະຫວ່າງວັນທີ 29 -30 ກໍລະກົດ ຢູ່ ເຊີນເຈິນ, ທາງພາກໃຕ້ປະເທດຈີນ.

        ເວທີປາໄສປີນີ້ກໍ່ເປັນຂີດໝາຍຂອງການສ້າງຕັ້ງສະຫະພັນຫ້ອງການການຄ້າສາກົນເຂດອ່າວໃຫຍ່ - ອາຊຽນ ແລະ ສະຖາບັນນະໂຍບາຍ (Think Tank) ການພົວພັນຄູ່ຮ່ວມມືຈີນ - ອາຊຽນ. ໃນຂອບເຂດເວທີປາໄສ, ບັນດາຝ່າຍເຫັນດີເປັນເອກະພາບຊຸກຍູ້ຂໍ້ລິເລີ່ມເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືເສດຖະກິດເຂດອ່າວໃຫຍ່ - ອາຊຽນ ໃຫ້ພັດທະນາແໜ້ນແຟ້ນກ່ວາເກົ່າ, ໃນນັ້ນສະເໜີເພີ່ມທະວີການຮ່ວມມືເສດຖະກິດ ແລະ ການເຊື່ອມຕໍ່ລະຫວ່າງປະຊາຊົນ ອາຊຽນ ແລະ ຈີນ.

        ປະຈຸບັນ, ຈີນ ແລະ ອາຊຽນ ແມ່ນຄູ່ຮ່ວມມືໃຫຍ່ສຸດຂອງກັນ. ໃນ 5 ເດືອນຕົ້ນປີ 2023, ວົງເງິນການຄ້າລະຫວ່າງສອງຝ່າຍບັນລຸ 2.600 ຕື້ ຢວນ (ປະມານ 364 ຕື້ໂດລາສະຫະລັດ), ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕອບກັບ