ອາ​ຊຽນ ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ຄຸນ​ຄ່າ​ຂ​ອງສົນ​ທິ​ສັນ​ຍາ SEANWFZ ແລະ ສິດ​ທິ​ມະ​ນຸດ

Chia sẻ
(VOVWORLD) - ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໄດ້ສະເໜີ ອາຊຽນ ກະກຽມການຍື່ນສະເໜີມະຕິວ່າດ້ວຍສົນທິສັນຍາ SEANWFZ ເຖິງສະມັດຊາໃຫຍ່ ສປຊ ໂດຍໄວ ແລະ ສືບຕໍ່ຊຸກຍູ້ບັນດາປະເທດທີ່ມີອາວຸດນິວເຄຼຍ ເຂົ້າຮ່ວມອະນຸສັນຍາ SEANWFZ.
ອາ​ຊຽນ ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ຄຸນ​ຄ່າ​ຂ​ອງສົນ​ທິ​ສັນ​ຍາ SEANWFZ ແລະ ສິດ​ທິ​ມະ​ນຸດ - ảnh 1ຜູ້ແທນບັນດາປະເທດ ສະຫຼະເວລາ 01 ນາທີ ກົ້ມຫົວໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ 

ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ນະຄອນຫຼວງ ວຽງຈັນ, ລາວ, ວັນທີ 24 ກໍລະກົດ, ໄດ້ດຳເນີນກອງປະຊຸມຄະນະກຳມະການເຂດປອດອາວຸດນິວເຄຼຍ ອາຊີຕາເວັນອອກສ່ຽງໃຕ້ (SEANWFZ) ແລະ ການພົບປະລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກັບຄະນະກຳມະການລະຫວ່າງ ລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR). ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໊ຮຸ່ງຫວຽດ, ນຳໜ້າ. ກ່ອນດຳເນີນກອງປະຊຸມ, ຜູ້ແທນບັນດາປະເທດໄດ້ສະຫຼະເວລາ 1 ນາທິ ກົມຫົວໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໜຶ່ງນາທີ.

        ກ່າວຄຳເຫັນທີ່ວາລະປະຊຸມຕ່າງໆ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ໄດ້ສະເໜີ ອາຊຽນ ກະກຽມການຍື່ນສະເໜີມະຕິວ່າດ້ວຍສົນທິສັນຍາ SEANWFZ ເຖິງສະມັດຊາໃຫຍ່ ສປຊ ໂດຍໄວ ແລະ ສືບຕໍ່ຊຸກຍູ້ບັນດາປະເທດທີ່ມີອາວຸດນິວເຄຼຍ ເຂົ້າຮ່ວມອະນຸສັນຍາ SEANWFZ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ