ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ຄູ່ Harris – Walz ຍັງ​ບັນ​ລຸ​ໄດ້​ຄະ​ແນນ​ສູງກວ່າ​ໃນ​ການ​ຢັ່ງ​ຫາ​ງ​ສຽງ

Chia sẻ
(VOVWORLD) - ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ພວມລື່ນກາຍທ່ານອະດີດປະທານາທິບໍດີ Donald Trump 4 ຄະແນນຈຸດສ່ວນຮ້ອຍ.
ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2024: ຄູ່ Harris – Walz ຍັງ​ບັນ​ລຸ​ໄດ້​ຄະ​ແນນ​ສູງກວ່າ​ໃນ​ການ​ຢັ່ງ​ຫາ​ງ​ສຽງ - ảnh 1ທ່ານນາງຮອງປະທານາທິບໍດີ Kamala Harris ແລະ ທ່ານTim Walz  (ພາບ: THX/TTXVN)

ໝາກຜົນຂອງການຢັ້ງຫາງສຽງ ປະກາດໃນວັນທີ 05 ກັນຍາ ແລະ 06 ກັນຍາ ຢູ່ ອາເມລິກາ ໄດ້ສະແດງໃຫ້ເຫັນວ່າ ຄູ່ຜູ້ສະໝັກເລືອກຕັ້ງ ຂອງພັກປະຊາທິປະໄຕ ລວມມີ ທ່ານນາງ Kamala Harris ແລະ ທ່ານ Tim Walz ຍັງໄດ້ຮັບການສະໜັບສະໜູນຫຼາຍກວ່າ ຄູ່ແຂ່ງສະໝັກເລືອກຕັ້ງ Donald Trump ແລະ J.D Vance ຂອງພັກສາທາລະນະ. ລະອຽດ, ໃນການຢັ້ງຫາງສຽງທົ່ວປະເທດໂດຍ Hill/Decision Desk HQ ລວບລວມຈາກຢັ້ງຫາງສຽງ 155 ຄັ້ງກ່ອນໜ້ານັ້ນ ໄດ້ຊີ້ໃຫ້ເຫັນວ່າ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ພວມລື່ນກາຍທ່ານອະດີດປະທານາທິບໍດີ Donald Trump 4 ຄະແນນຈຸດສ່ວນຮ້ອຍ.

        ທ່ານນາງ Kamala Harris ແລະ ທ່ານ Donald Trump ຈະມີການໂຕ້ວາທີຄັ້ງທຳອິດ ໃນວັນທີ 10 ກັນຍາ ຈະມາເຖິງ.

ຕອບກັບ