ອາ​ຊຽນ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ກັນ​ສ້າງ​ສັນ​ຕິ​ພາບ ແລະ ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ

Chia sẻ
(VOVWORLD) - ວັນທີ 24 ກໍລະກົດ, ຢູ່ ນິວຢອກ, ອາເມລິກາ, ສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 92 ເພື່ອປຶກສາຫາລື ແລະ ຜ່ານບົດລາຍງານປີ 2023 ຂອງຄະນະກຳມະການສ້າງສັນຕິພາບ ສປຊ.
ອາ​ຊຽນ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ສະ​ໜັບ​ສະ​ໜູນ​ກັນ​ສ້າງ​ສັນ​ຕິ​ພາບ ແລະ ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າໃຫ້ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ອາຊຽນ ປາດຖະໜາຢາກປະຊາຄົມສາກົນ ຈະມານະພະຍາຍາມຫຼາຍກວ່າອີກ ແລະ ໃຫ້ຄຳໝັ້ນສັນຍາຫຼາຍຝ່າຍກວ່າອີກ ເພື່ອແກ້ໄຂການປະທະກັນ ຮັບຮອງເອົາວິທີການສຳຜັດຮອບດ້ານ ແລະ ສົມທົບກັນຢ່າງແໜ້ນແຟ້ນກວ່າ, ໃນນັ້ນ ຕ້ອງເພີ່ມທະວີບົດບາດຂອງບັນດາອົງການຈັດຕັ້ງໃນພາກພື້ນ ໃນການຮັບປະກັນສັນຕິພາບ ແລະ ສະຖຽນລະພາບ. ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາມ ຢັ້ງຢືນຄືນຄຳໝັ້ນສັນຍາອັນໜັກແໜ້ນຂອງ ອາຊຽນ ສຳລັບບັນດາຄວາມມານະພະຍາຍາມຮັກສາສັນຕິພາບຂອງ ສປຊ, ພ້ອມແລ້ວທີ່ຈະຊຸກຍູ້ການເຂົ້າຮ່ວມ ແລະ ຮ່ວມມືກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມມືຢູ່ນອກພາກພື້ນ, ນັບທັງການຮັບຮອງເອົາກົນໄກທີ່ພວມມີຢູ່ ໂດຍ ອາຊຽນ ນຳພາ ເພື່ອຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ພັດທະນາ, ພ້ອມທັງເພີ່ມທະວີກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ ຕໍ່ບັນດາສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນ.

        ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອາເມລິກາ

 

ຕອບກັບ