ອາ​ຊຽນ, ນອກ​ແວ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື

Chia sẻ
(VOVWORLD) -ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນບາງຂົງເຂດ ເຊິ່ງລວມມີ ສັນຕິພາບ ແລະ ການໄກ່ເກ່ຍ, ພະລັງງານຜະລິດຄືນໃໝ່ ແລະ ການຫັນເປັນພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ, ຊີວະນາໆພັນ, ມະຫາສະໝຸດຍືນຍົງ, ເສດຖະກິດທະເລສີຂຽວ ແລະ ການພົບປະແລກປ່ຽນປະຊາຊົນ.
ອາ​ຊຽນ, ນອກ​ແວ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: ASEAN)

ວັນທີ 14 ມີນາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມ ຄະນະກຳມະການຮ່ວມມືສອງຝ່າຍ ອາຊຽນ - ນອກແວ ຄັ້ງທີ 8. ນະທີ່ນີ້, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນບາງຂົງເຂດ ເຊິ່ງລວມມີ ສັນຕິພາບ ແລະ ການໄກ່ເກ່ຍ, ພະລັງງານຜະລິດຄືນໃໝ່ ແລະ ການຫັນເປັນພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ, ຊີວະນາໆພັນ, ມະຫາສະໝຸດຍືນຍົງ, ເສດຖະກິດທະເລສີຂຽວ ແລະ ການພົບປະແລກປ່ຽນປະຊາຊົນ.

        ໃນກອງປະຊຸມໄດ້ເຕື້ອງເຖິງ 4 ບຸລິມະສິດສຳຄັນໃນການພົວພັນຄູ່ຮ່ວມມືເສດຖະກິດ ເຊິ່ງ ອາຊຽນ ຢາກຊຸກຍູ້ກັບ ນອກແວ ໂດຍຜ່ານບັນດາຄວາມມານະພະຍາຍາມເຊື່ອມໂຍງ ແລະ ຮ່ວມມືໃນດ້ານເສດຖະກິດ.

        ໂດຍກ່ຽວຂ້ອງເຖິງວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP), ອາຊຽນ ສົ່ງເສີມ ນອກແວ ກໍ່ສ້າງ ແລະ ໜູນຊ່ວຍບັນດາໂຄງການກໍຄືບັນດາການເຄື່ອນໄຫວຮ່ວມມືສອດຄ່ອງກັບບັນດາຂົງເຂດຮ່ວມມືຂອງ AOIP ເປັນຕົ້ນແມ່ນການເດີນເຮືອ, ການເຊື່ອມຕໍ່, ເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ (SDG), ເສດຖະກິດ ແລະ ຂົງເຂດອື່ນໆ.


 

ຕອບກັບ