ອີຣານ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເຈລະຈາກັບກຸ່ມ P5+1

Chia sẻ

ອີຣານ ​ໃຫ້​ຄຳໝັ້ນສັນຍາ​ຈະ​ສືບ​ຕໍ່​ເຈລະຈາ​ກັບ​ກຸ່ມ P5+1

ອີຣານ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເຈລະຈາກັບກຸ່ມ P5+1 - ảnh 1

ຮາກ​ຖານ​ນິວ​ເຄຼຍຂອງ​ອີຣານ

(ພາບ:baomoi.com)​

( vovworld ) – ທ່ານ Ali Akbar Velayati ທີ່​ປຶກສາ​ຂັ້ນສູງ​ຂອງ​ການ​ນຳ​ສູງ​ສຸດ​ອີຣານ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຈະ​ສືບ​ຕໍ່​ເຈລະຈາກ່ຽວ​ກັບ​ບັນດາ​ນິວ​ເຄຼຍ​ກັບກຸ່ມ P5+1 ຊື່​ງລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ​ເຢຍລະ​ມັນ, ຈົນ​ເຖິງ​ເວລາ​ບັນລຸ​ໄດ້​ໝາກຜົນ​ອັນຕັ້ງໜ້າ ​ແລະ ມີ​ລັກສະນະ​ສ້າງສັນ. ທ່ານ Ali Akbar Velayati ຊີ້​ແຈ້ງວ່າ: ກຸ່ມ P5+1 ຕ້ອງ​ຮັບ​ຮູ້​ວ່າ​ອີຣານ ມີ​ສິດ​ກຳມະສິດ ​ແລະ ພັດທະນາ​ເຕັກ​ໂນ​ໂລ​ຊີ​ນິວ​ເຄຼຍຮັບ​ໃຊ້​ໃຫ້​ແກ່​ຈຸດປະສົງ​ສັນຕິພາບ. ກ່ອນ​ໜ້ານັ້ນ, ທ່ານ Ali Baqeri ຮອງ​ຫົວໜ້າ​ຄະນະ​ເຈລະຈາ​ນິວ​ເຄຼຍຂອງ​ອີຣານ ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ຄັ້ງຕ່າງໆ​ຫວ່າງ​ມໍ່​ໆມາ​ນີ້ຢູ່ ອິດ​ສະ​ຕານ​ບຸນ ປະ​ເທດ​ຕວກກີ ກັບ​ທ່ານ​ນາງ Helga Schmid ເຈົ້າໜ້າ​ທີ່​ຂັ້ນສູງ​ສະຫະພາບ​ເອີ​ລົບ ​ໄດ້​ມີ​ບັນດາ​ບາດກ້າວ​ເດີນ​ທີ່​ຕັ້ນໜ້າ​ທີ່​ສຸດ.