ອີ​ຣານ ແລະ ອາ​ເມ​ລິ​ກາ ມະ​ນາ​ພະ​ຍາ​ຍາມກອບ​ກູ້​ຂໍ້​​ຕົກ​ລົງ​ນິວ​ເຄຼຍ

Chia sẻ
(VOVWORLD) - ທ່ານ Peter Stano ໂຄສົກຂອງຄະນະກຳມະການເອີລົບ ໄດ້ຮຽກຮ້ອງໃຫ້ ອີຣານ ແລະ ອາເມລິກາ ຈົ່ງປະຕິບັດ “ຄວາມມານະພະຍາຍາມສຸດທ້າຍ” ເພື່ອກອບກູ້ເອົາຂໍ້ຕົກລົງນິວເຄຼຍ JCPOA.
ອີ​ຣານ ແລະ ອາ​ເມ​ລິ​ກາ ມະ​ນາ​ພະ​ຍາ​ຍາມກອບ​ກູ້​ຂໍ້​​ຕົກ​ລົງ​ນິວ​ເຄຼຍ - ảnh 1

 ການເຈລະຈາຢູ່ວຽນ ເມື່ອວັນທີ 9/12/2121 (ພາບ: AFP/TTXVN)

ວັນທີ 5 ສິງຫາ, ສື່ມວນຊົນແຫ່ງລັດ ອີຣານ ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ປະເທດນີ້ ໄດ້ພົບປະກັນໂດຍທາງອ້ອມ ຜ່ານການເປັນກາງຂອງ ອີຢູ ໃນຂອບເຂດຮອບເຈລະຈາທີ 8 ຢູ່ນະຄອນວຽນ ປະເທດ ໂອຕາລິດ ເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015 ຊື່ງມີຊື່ວ່າ ແຜນການດຳເນີນງານລວມຮອບດ້ານ (JCPOA). ແຕ່ເຖິງຢ່າງໃດກໍ່ຕາມ, ທັງສອງຝ່າຍລ້ວນແຕ່ບໍ່ໄດ້ປະນີປະນອມນຳກັນ.

ກ່າວຄຳເຫັນໃນການປະຊຸມຂ່າວເມື່ອວັນທີ 5 ສິງຫາ, ທ່ານ Peter Stano ໂຄສົກຂອງຄະນະກຳມະການເອີລົບ ໄດ້ຮຽກຮ້ອງໃຫ້ ອີຣານ ແລະ ອາເມລິກາ ຈົ່ງປະຕິບັດ “ຄວາມມານະພະຍາຍາມສຸດທ້າຍ” ເພື່ອກອບກູ້ເອົາຂໍ້ຕົກລົງນິວເຄຼຍ JCPOA. ທ່ານເນັ້ນໜັກວ່າ ສອງຝ່າຍຄວນຍົກອອກບັນດາຂໍ້ຕົກລົງ “ຈະແຈ້ງ ແລະ ເດັດຂາດ” ພ້ອມທັງສະແດງຄວາມຫວັງວ່າການເຈລະຈາຄັ້ງຕ່າງໆຈະບັນລຸໝາກຜົນທີ່ດີ.

ຕອບກັບ