ອີຣານ ອາດຈະຍອມຮັບຄຳສະເໜີໃໝ່ຂອງ ອີຢູ ກ່ຽວກັບການຟຶ້ນຟູ JCPOA

Chia sẻ
(VOVWORLD) - ອີຣານ ຢາກໃຫ້ ອາເມລິກາ ຮັບປະກັນວ່າ ຈະບໍ່ມີປະທານາທິບໍດີໃນອະນາຄົດຂອງອາເມລິກາ ຖອນຕົວອອກຈາກ JCPOA ຖ້າຂໍ້ຕົກລົງນີ້ໄດ້ຮັບການຟື້ນຟູຄືນ
ອີຣານ ອາດຈະຍອມຮັບຄຳສະເໜີໃໝ່ຂອງ ອີຢູ ກ່ຽວກັບການຟຶ້ນຟູ JCPOA - ảnh 1(ພາບປະກອບຈາກ AFP/TTXVN)

ວັນທີ 12 ສິງຫາ, ສຳນັກຂ່າວສານ IRNA ໄດ້ຄັດສະເໜີຄຳເວົ້າ ເຈົ້າໜ້າທີ່ການທູດຂັ້ນສູງຜູ້ໜຶ່ງຂອງອີຣານ ໂດຍໃຫ້ຮູ້ກ່ຽວກັບເອກະສານຮ່າງ “ສະບັບສຸດທ້າຍ” ໂດຍສະຫະພາບເອີລົບ (ອີຢູ) ສະເໜີເພື່ອແນໃສ່ກອບກູ້ຂໍ້ຕົກລົງນິວເຄຼຍທີ່ໄດ້ລົງນາມໃນປີ 2015, ມີຊື່ເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ອາດຈະຍອມຮັບໄດ້ຖ້າຫາກຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົ້ນຕໍຂອງເຕເຮຣານ. ອີຣານ ຢາກໃຫ້ ອາເມລິກາ ຮັບປະກັນວ່າ ຈະບໍ່ມີປະທານາທິບໍດີໃນອະນາຄົດຂອງອາເມລິກາ ຖອນຕົວອອກຈາກ JCPOA ຖ້າຂໍ້ຕົກລົງນີ້ໄດ້ຮັບການຟື້ນຟູຄືນ. ເມື່ອປີ 2018, ປະທານາທິບໍດີ ອາເມລິກາ ໃນຄາວນັ້ນ ແມ່ນທ່ານ Donald Trump ໄດ້ຖອນ ອາເມລິກາ ອອກຈາກ JCPOA ແລະ ຈັດວາງມາດຕະການລົງໂທດໃສ່ອີຣານ ຄືນໃໝ່. ເຖິງຢ່າງໃດກໍ່ຕາມ, ທ່ານ ປະທານາທິບໍດີ Joe Biden ບໍ່ສາມາດຍົກອອກການຮັບປະກັນຄືແນວນັ້ນໄດ້ ເພາະວ່າ JCPOA ແມ່ນຂໍ້ຕົກລົງທີ່ມີລັກສະນະການເມືອງຫຼາຍກ່ວາສົນທິສັນຍາທີ່ມີການຜູກມັດທາງດ້ານນິຕິກຳ.

ຕອບກັບ