ອີ​ຣານ ສືບ​ສວນ​ເຫດ​ບຸກ​ໂຈມ​ຕີ ຢູ່ Isfahan

Chia sẻ
(VOVWORLD) - ອີຣານ ພວມສືບສວນເຫດບຸກໂຈມຕີ ດ້ວຍເຄື່ອງບິນບໍ່ມີຄົນຂັບແນໃສ່ນະຄອນ Isfahan, ພາກກາງປະເທດນີ້.
ອີ​ຣານ ສືບ​ສວນ​ເຫດ​ບຸກ​ໂຈມ​ຕີ ຢູ່ Isfahan - ảnh 1ສື່ມວນຊົນ Iran ໃຫ້ຂ່າວກ່ຽວກັບເຫດບຸກໂຈມຕີ (ພາບ:  The Guardian)

ວັນທີ 19 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amirabdollahian ໃຫ້ຮູ້ວ່າ ອີຣານ ພວມສືບສວນເຫດບຸກໂຈມຕີ ດ້ວຍເຄື່ອງບິນບໍ່ມີຄົນຂັບແນໃສ່ນະຄອນ Isfahan, ພາກກາງປະເທດນີ້.

        ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ NBC News, ທ່ານລັດຖະມົນຕີການຕ່າງປະເທດ Amirabdollahian ຊີ້ແຈ້ງວ່າ ເຄື່ອງບິນບໍ່ມີຄົນຂັບນີ້ ໄດ້ເລີ່ມບິນຈາກພາຍໃນປະເທດ ອີຣານ ແລະ ບິນໄດ້ປະມານ 200 – 300 ແມັດ ກ່ອນທີ່ຖືກຍິງຕົກ. ທ່ານໃຫ້ຮູ້ວ່າ ເຫດການດັ່ງກ່າວບໍ່ໄດ້ກໍ່ຜົນເສຍຫາຍ ຫຼື ເສຍຊີວິດບາດເຈັບໃດໆໃຫ້ແກ່ ອີຣານ ແລະ ປັດຈຸບັນ, ຍັງບໍ່ທັນມີຫຼັກຖານໃດໆທີ່ຊີ້ໃຫ້ເຫັນຄວາມກ່ຽວພັນລະຫວ່າງບັນດາເຄື່ອງບິນນີ້ກັບ ອິດສະຣາແອັນ. ເຖິງຢ່າງໃດກໍຕາມ, ທ່ານໄດ້ກ່າວເຕືອນວ່າ ອີຣານ ຈະມີມາດຕະການໂຕ້ຕອບ ຖ້າຫາກວ່າ ອິດສະຣາແອັນ ມີການກະທຳທີ່ໄປຝືນກັບຜົນປະໂຫຍດຂອງ ອີຣານ.

        ຕໍ່ໜ້າສະພາບການນີ້, ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ແລະ ທ່ານນາຍົກລັດຖະມົນຕີ ແຟງລັງ Petteri Orpo ໄດ້ກະຕຸກຊຸກຍູ້ໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ອິດສະຣາແອັນ.

ຕອບກັບ