4 ເດືອນຕົ້ນປີ ຫວຽດນາມ ດຶງດູດເງິນລົງທຶນຈາກຕ່າງປະເທດກ່ວາ 9 ຕື້ USD

Chia sẻ
(VOVWORLD) - ທຶນປະຕິບັດໂຄງການລົງທຶນຕ່າງປະເທດຄາດວ່າບັນລຸ ປະມານ 6,28 ຕື້ USD ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນແລ້ວ, ໄລ່ຮອດວັນທີ 20 ເມສາ, ຍອດທຶນຈົດທະບຽບໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ ຂອງນັກລົງທຶນຕ່າງປະເທດ ຢູ່ ຫວຽດນາມ ບັນລຸກ່ວາ 9 ຕື້ USD, ເພີ່ມຂຶ້ນ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ສິ່ງທີ່ເປັນໜ້າສົນໃຈ, ທຶນປະຕິບັດໂຄງການລົງທຶນຕ່າງປະເທດຄາດວ່າບັນລຸ ປະມານ 6,28 ຕື້ USD ເພີ່ມຂຶ້ນ 7,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 17 ຂົງເຂດໃນຈຳນວນ 21 ຂົງເຂດເສດຖະກິດ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ການຜະລິດປະດິດສ້າງນຳໜ້າ. ເງິນລົງທຶນສຸມໃສ່ເຂົ້າບັນດາແຂວງ, ນະຄອນມີທ່າໄດ້ປຽບຫຼາຍຢ່າງໃນການດຶງດູດເງິນລົງທຶນຈາກຕ່າງປະເທດ, ມີພື້ນຖານໂຄງລ່າງທີ່ດີ, ແຫຼ່ງຊັບພະຍາກອນມະນຸດມີສະຖຽນລະພາບ, ມານະພະຍາຍາມປະຕິຮູບ ລະບຽບການບໍລິຫານ ແລະ ມີຄວາມຂະຫຍັນຂັນເຄື່ອນໃນວຽກງານສົ່ງເສີມການລົງທຶນ.

ຕອບກັບ