ອີຣານ ກຽມພ້ອມເຈລະຈາ ບັນຫານິວເຄຼຍ ກັບ ກຸ່ມ P5+1

Chia sẻ
ອີຣານພ້ອມ​ແລ້ວ​ທີ່​ເຂົ້າ​ຮ່ວມ​ບັນດາ​ການ​​ເຈລະຈາທີ່​ມີ​ລັກສະນະ​ສ້າງສັນ ກັບ​ກຸ່ມ P5+1 ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ປະ​ເທດ​ນີ້
 ອີຣານ ກຽມພ້ອມເຈລະຈາ ບັນຫານິວເຄຼຍ ກັບ ກຸ່ມ P5+1 - ảnh 1
ພາບປະກອບ

(vovworld) -  ອີຣານພ້ອມ​ແລ້ວ​ທີ່​ເຂົ້າ​ຮ່ວມ​ບັນດາ​ການ​​ເຈລະຈາທີ່​ມີ​ລັກສະນະ​ສ້າງສັນ ກັບ​ກຸ່ມ P5+1 ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ປະ​ເທດ​ນີ້. ​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ອີຣານ ທ່ານ Ramin Mehmanparast ​ໄດ​້ກ່າວ​ຄຳ​ເຫັນ​ຕໍ່​ຊ່ອງ​ໂທລະພາບ IRIB ​ເມື່ອ​ວັນ​ທີ 10/1 ​ໂດຍ​ໃຫ້​ຮູ້​ວ່າ: ​ເພື່ອ​ຊຸກຍູ້​ການ​ເຈລະຈາທີ່​ມີ​ລັກສະນະສ້າງສັນ ​ແລະ ຕັ້ງໜ້າ, ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະຫະ​ປະຊາ​ຊາດ ​ແລະ ​ເຢຍລະ​ມັນ) ຕ້ອງ ​ເຄົາລົບ​ຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ ອີຣານ. ຕອບ​ຄຳ​ຖາມ ກ່ຽວ​ກັບ​ການ​ເຈລະຈາ​ຈະ​ມາ​ເຖິງ ລະຫວ່າງ ອີຣານ ​ແລະ ກຸ່ມ P5+1, ທ່ານ Mehmanparast ​ໃຫ້​ຮູ້​ວ່າ: ​ເວລາ ​ແລະ ສະຖານ​ທີ່​ຂອງ​ການ​ພົບ​ປະ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຕົກລົງ ​ແລະ 2 ຝ່າຍ​ພວມ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ບັນດາ​ບັນຫາ​ນີ້. ອີຣານ ​ແລະ ກຸ່ມ P5+1 ມີ​ການ​ເຈລະຈາ​ຕ່າງໆໃນ​ຊຸມ​ປີຜ່ານມາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍ ທີ່​​ໄດ້ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ປະ​ເທດ ສ. ອິດສະ​ລາມ ນີ້, ​ແຕ່​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດໆ. ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, 2 ຝ່າຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ຕັ້ງໜ້າ​ໃນ​ການ​​ເຊື່ອມ​ຕໍ່​ການ​ເຈລະຈາ​ນິວ​ເຄຼຍ. ຝ່າຍ ອີຣານ ກໍ​ໃຫ້​ຮູ້​ວ່າ: ​ເລື່ອງ​ຍົກ​ເລີກ​ການ​ລົງ​ໂທດ ອີຣານ ຈະ​ແມ່ນ​ບາດກ້າວ​ທຳ​ອິດ​ທີ່ຮັບປະກັນ​ໃຫ້​ຜົນສຳ​ເລັດ​ຂອງ​ການ​ເຈລະຈາ​ຈະ​ມາ​ເຖິງ.