ອີຣັກເລືອກຕັ້ງປະທານສະພາແຫ່ງຊາດຄົນໃໝ່

Chia sẻ
ພາຍຫຼັງ ຖືກ​ປະລະ​ໄຊ 2 ​ເທື່ອ ​ແລະ ​ໂຈະ​ໄວ້​​ເປັນຫຼາຍ​ຄັ້ງ, ວັນ​ທີ 15/7, ສະພາ​ແຫ່ງ​ຊາດ ອີຣັກ ​ໄດ້​ເລືອກຕັ້ງທ່ານ Salim al – Juburi
ອີຣັກເລືອກຕັ້ງປະທານສະພາແຫ່ງຊາດຄົນໃໝ່ - ảnh 1
ທ່ານ Salim al – Juburi
(ພາບ: yalibnan.com)

(vovworld) – ພາຍຫຼັງ ຖືກ​ປະລະ​ໄຊ 2 ​ເທື່ອ ​ແລະ ​ໂຈະ​ໄວ້​​ເປັນຫຼາຍ​ຄັ້ງ, ວັນ​ທີ 15/7, ສະພາ​ແຫ່ງ​ຊາດ ອີຣັກ ​ໄດ້​ເລືອກຕັ້ງທ່ານ Salim al – Juburi ​ເປັນ​ປະທານ​ຄົນ​ໃໝ່​ດ້ວຍ​ບັດສະໜັບສະໜູນສູງ​ສຸດຈາກ​ບັນດາ​ສະມາ​ຊິກສະພາ​ແຫ່​ງຊາດ​. ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​​ໂດຍ​ຜູ້​ຮັກສາ​ການ​ປະທານ Mahdi al – Hafidh ປະກາດ​ພາຍຫຼັງ​ກອງ​ປະຊຸມ ​ແລະ ​ໄດ້​ຮັບ​ການຖ່າຍ​ທອດ​ສົດ​ທາງ​ໂທລະພາບ. ສະມາ​ຊິກ​ສະພາ​ແຫ່ງ​ຊາດ Juburi, ​ເຊິ່ງ​ແມ່​ນນັກ​ການ​​ເມືອງ​ຊາວ​ມຸດ​ສະ​ລິ​ມ ນີກາຍ ຊັນ​ນີ ມາ​ຈາກ​ແຂວງ Diyala, ຍາດ​ໄດ້​ບັດ​ສະໜັບສະໜູນ 194 ບັດ​ໃນ​ຈຳນວນ 273 ບັດ. ຄູ່​ແຂ່ງ​ຂອງ​ທ່ານ​ແມ່ນ​ທ່ານ​ນາງ Shroug al – Ubaiyachi ຍາດ​ໄດ້​ພຽງ 19 ບັດ. ບັນ​ດາ​ບັດ​ເລືອກ​ຕັ້ງ​ຍັງ​ເຫຼືອ​ລ້ວນ​ແຕ່​ຜິດ​ລະບຽບ​ການ. ​ເລື່ອງ​ສະພາ​ແຫ່ງ​ຊາດ ອີຣັກ ​ເລືອກ​ຕັ້ງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ນີກາຍ ຊັນ​ນີ​ແມ່ນ​ປະທານ​ຄົນ​ໃໝ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ບັນດາ​ພັກ​ຝ່າຍ​ໃນ​ອົງການ​ນິຕິ​ຍັນບັດ​ສູງ​ສຸດ​ຂອງ​ປະ​ເທດ​ນີ້​ໄດ້​ລົບ​ລ້າງ​ຄວາມ​ບໍ່​ລົງ​ລອຍ​ກັນ​ສ່ວນ​ໃດ​ສ່ວນ​ໜຶ່ງ, ຜ່ານ​ນັ້ນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້ການ​ເລີ່​ມດຳ​ເນີນ​ວິວັດທະນາ​ການ​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​​ແຫ່ງຊາດ.