ອີຢູ ຮຽກຮ້ອງ ໃຫ້ເຄົາລົບຄວາມຄົບຖ້ວນຂອງ ສັນຍາ INF

Chia sẻ
(VOVWORLD) - ອີຢູ ຮຽກຮ້ອງໃຫ້ບັນດາປະເທດທັງໝົດ ຮັກສາລັກສະນະຄົບຖ້ວນຂອງລະບົບສາກົນ ໂດຍອີງໃສ່ຫຼັກການພື້ນຖານ ແມ່ນບັນດາຂໍ້ກໍານົດ ແລະ ລັດທິຫຼາຍຝ່າຍ.

        ວັນທີ 14 ກໍລະກົດ, ທ່ານ Federica Mogherini ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດຂອງ ສະຫະພາບເອີຣົບ (ອີຢູ) ຖະແຫຼງວ່າ ອີຢູ ມີຄວາມເອົາໃຈໃສ່ທີ່ສຸດເຖິງບັນດາການຜັນແປທີ່ກ່ຽວຂ້ອງເຖິງສົນທິສັນຍາບັນດາກໍາລັງນິວເຄຼຍໄລຍະກາງ (INF), ຊ່ຶງອາດຈະຖືກຢຸດຕິໃນວັນທີ 2 ສິງຫາປີ 2019. ອີຢູ ຮຽກຮ້ອງໃຫ້ບັນດາປະເທດທັງໝົດ ຮັກສາລັກສະນະຄົບຖ້ວນຂອງລະບົບສາກົນ ໂດຍອີງໃສ່ຫຼັກການພື້ນຖານ ແມ່ນບັນດາຂໍ້ກໍານົດ ແລະ ລັດທິຫຼາຍຝ່າຍ.

        ອີຢູ ສະແດງຄວາມເສຍດາຍ ຕໍ່ຂໍ້ຕົກລົງຂອງ ລັດເຊຍ ເມື່ອຢຸດຕິພັນທະປະຕິບັດສົນທິສັນຍາ INF ຢ່າງເປັນທາງການໃນວັນທີ 03 ກໍລະກົດ 2019 ຜ່ານມາ. ຊຸມວັນຈະມາເຖິງ ແມ່ນກາລະໂອກາດສຸດທ້າຍ ເພື່ອພ້ອມກັນເຈລະຈາ ແລະ ປະຕິບັດບັນດາມາດຕະການທີ່ຈໍາເປັນ ເພື່ອແນໃສ່ຮັກສາບັນດາປັດໄຈສໍາຄັນຂອງໂຄງສ້າງຄວາມໝັ້ນຄົງຂອງເອີຣົບ. ອີຢູ ສົ່ງເສີມ ອາເມລິກາ ແລະ ລັດເຊຍ ຊອກຫາວິທີຫຼຸດຜ່ອນປະລິມານອາວຸດຂອງຕົນລົງ, ລວມທັງອາວຸດນິວເຄຼຍຍຸດທະສາດ ແລະ ບໍ່ເປັນຍຸດທະສາດ.


ຕອບກັບ