ອີຢູ ຍົກອອກເອກະສານສະບັບສຸດທ້າຍໃນການເຈລະຈານິວເຄຼຍ ກັບອີຣານ

Chia sẻ
(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວ, ເຈົ້າໜ້າທີ່ ອີຢູ ທ່ານໜຶ່ງໃຫ້ຮູ້ວ່າ: ບັນດາຝ່າຍໄດ້ເຮັດວຽກໃນຮອບເວລາ 4 ວັນ ແລະ ປະຈຸບັນ, ເອກະສານສະບັບນີ້ໄດ້ຍົກອອກມາປຶກສາຫາລືແລ້ວ.
ອີຢູ ຍົກອອກເອກະສານສະບັບສຸດທ້າຍໃນການເຈລະຈານິວເຄຼຍ ກັບອີຣານ - ảnh 1ຜູ້ຕາງໜ້າບັນດາຝ່າຍກ່ຽວຂ້ອງໃນການເຈລະຈາເມື່ອວັນທີ 3 ທັນວາ 2021 (ພາບປະກອບ: AFP/TTXVN)

ວັນທີ 8 ສິງຫາ, ສະຫະພາບເອີລົບ (ອີຢູ) ໄດ້ຍົກອອກເອກະສານສະບັບສຸດທ້າຍໃນການເຈລະຈາເພື່ອແນໃສ່ກູ້ເອົາຂໍ້ຕົກລົງດ້ານນິວເຄຼຍທີ່ລົງນາມໃນແ 2015 ກັບ ອີຣານ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ເຈົ້າໜ້າທີ່ ອີຢູ ທ່ານໜຶ່ງໃຫ້ຮູ້ວ່າ: ບັນດາຝ່າຍໄດ້ເຮັດວຽກໃນຮອບເວລາ 4 ວັນ ແລະ ປະຈຸບັນ, ເອກະສານສະບັບນີ້ໄດ້ຍົກອອກມາປຶກສາຫາລືແລ້ວ. ການເຈລະຈາໄດ້ສິ້ນສຸດລົງ, ນີ້ແມ່ນເອກະສານສະບັບສຸດທ້າຍ ແລະ ຈະບໍ່ໄດ້ເຈລະຈາຄືນໃໝ່. ເຈົ້າໜ້າທີ່ ອີຢູ ໄດ້ເນັ້ນໜັກວ່າ: ປະຈຸບັນ, ຄຳຕັດສິນແມ່ນຂຶ້ນກັບບັນດາຝ່າຍ, ພ້ອມທັງສະແດງຄວາມຫວັງວ່າ ເນື້ອໃນເອກະສານຈະໄດ້ຮັບຮູ້ໃນ 2 – 3 ອາທິດມໍ່ໆມານີ້.

        ຂໍ້ມູນຂ່າວດັ່ງກ່າວໄດ້ຍົກອອກມາໃນສະພາບການ ອີຣານ ແລະ ອາເມລິກາ ໄດ້ເຊື່ອມຕໍ່ບັນດາການເຈລະຈາໂດຍທາງອ້ອມໃນວັນທີ 4 ສິງຫາ ເພື່ອແນໃສ່ຟື້ນຟູແຜນການກະທຳລວມຮອບດ້ານ (JCPOA), ຂໍ້ຕົກລົງດ້ານນິວເຄຼຍ ໂດຍ ເຕເຮຣານ ລົງນາມກັບກຸ່ມ P5+1 (ເຊິ່ງລວມມີ 5 ປະເທດກຳມະການປະຈຳຂອງສະພາຄວາມໝັ້ນຄົງ ສປຊ ແລະ ເຢຍລະມັນ) ໃນເດືອນ ກໍລະກົດ 2015.

ຕອບກັບ