ອິນເດຍ ແລະ ຈີນ ເລີ່ມຈັດຕັ້ງ ຮອບເຈລະຈາໃໝ່ກ່ຽວກັບ ບັນຫາຊາຍແດນ

Chia sẻ

ອິນ​ເດຍ ​ແລະ ຈີນ ​ເລີ່​ມຈັດຕັ້ງຮອບ​ເຈລະຈາ​ໃໝ່​ກ່ຽວ​ກັບ​ບັນຫາ​ຊາຍ​ແດນ

ອິນເດຍ ແລະ ຈີນ ເລີ່ມຈັດຕັ້ງ ຮອບເຈລະຈາໃໝ່ກ່ຽວກັບ ບັນຫາຊາຍແດນ - ảnh 1

(ພາບ:gdtd.vn)

(VOV)-  ຮອບ​ເຈລະຈາ​ໃໝ່​ລະຫວ່າງ​ອິນ​ເດຍ ​ແລະ ຈີນ ກ່ຽວ​ກັບ​ບັນດາ​ບັນຫາ​ຊາຍ​ແດນ​ຮ່ວມ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 3/12. ​ໃນ​ວາລະ​ປຶກສາ​ຫາລື 2 ຄັ້ງ,​ ສອງ​ຝ່າຍ​ໄດ້​ສຸມ​ໃສ່​ເຕື້ອງ​ເຖິງ​ສາຍ​ພົວພັນ​ລະຫວ່າງ​ຈີນ-​ອິນ​ເດຍ, ຈາກ​ບັນຫາ​ຊາຍ​ແດນ​ຕະຫຼອດ​ຮອດ​ບັນດາ​ຫົວ​ເລື່ອງ​ຍຸດ​ທະ​ສາດ​ກ້ວາງ​ຂວາງ​ກ່ວາ. ນັບ​ແຕ່​ເກີດ​ການ​ປະ​ທະ​ກັນ​ເມື່ອ​ປີ 1962, ຈີນ ​ແລະ ອິນ​ເດຍ ​ໄດ້​ທຳ​ການເຈລະຈາ 15 ຄັ້ງ​​ແລ້ວ. ຮອບ​ເຈລະຈາປະຈຸ​ບັນ​ນອນ​ໃນ​ໄລຍະ​ທີ 2 ຂອງ​ວິວັດ​ທະ​ນາ​ການ​ຊື່​ງລວມມີ 3 ​ໄລຍະ,​​ ໃນ​ນັ້ນ,​ ຫນ້າທີ່​ຫຍຸ້ງຍາກ ​ແລະ ສັບສົນ​ທີ່​ສຸດ​ແມ່ນ​ກ້າວໄປ​ເຖິງ​ການ​ສ້າງສັນຍາ​ແມ່​ເພື່ອ​ແກ້​ໄຂ​ການ​ພິພາດ​ເຂດ​ຊາຍ​ແດນ​ໃນ​ທຸກ​ຂົງ​ເຂດ. ​ໄລຍະ​ສຸດ​ທ້າຍ​ຂອງ​ວິວັດທະນາ​ການ​ນີ້​ຈະ​ມີ​ການ​ແຜນ​ວາດກ່ຽວ​ກັບ​ຊາຍ​ແດນ​ໃນ​ແຜນ​ທີ່ ​ແລະ ​ພື້ນ​ທີ່​ຕົວ​ຈິງ.