ອິນເດຍ, ຈີນ ໄດ້ເຫັນດີເປັນເອກະພາບຮັກສາສັນຕິພາບຢູ່ລຽບຕາມຊາຍແດນ

Chia sẻ
(VOVWORLD) -ວັນທີ 21 ທັນວາ, ອິນເດຍ ແລະ ຈີນ ໄດ້ເຫັນດີເປັນເອກະພາບວ່າ ຄວນຮັກສາສັນຕິພາບ ແລະ ຄວາມສະຫງົບຢູ່ເຂດຊາຍແດນ ແລະ ເນັ້ນໜັກເຖິງເລື່ອງສຳຜັດບັນຫາຊາຍແດນຈາກແງ່ມູມຍຸດທະສາດຂອງການພົວພັນ 2 ຝ່າຍ. 

  ໃນການພົບປະເຈລະຈາລະຫວ່າງທ່ານ Ajit Doval ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອິນເດຍ ແລະ ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ ຢູ່ New Delhi, ກ່ຽວກັບບັນຫາຊາຍແດນ 2 ຝ່າຍໃນຂອບເຂດການພົບປະເຈລະຈາລະຫວ່າງບັນດາຜູ້ຕາງໜ້າພິເສດ, 2 ຝ່າຍກໍ່ຕັດສິນໃຈ ເພີ່ມທະວີຄວາມມານະພະຍາຍາມ ເພື່ອບັນລຸໄດ້ມາດຕະການຍຸຕິທຳ, ເໝາະສົມ ແລະ ພ້ອມກັນຮັບຮູ້ກ່ຽວກັບບັນຫານີ້.

ຕອບກັບ