ອິດ​ສະ​ຣາ​ແອັນ ສ້າງ​ແຜນ​ການ​ດຳ​ເນີນ​ການ​ຕໍ່​ສູ້​ໃໝ່​ຕ້ານ ອີ​ຣານ

Chia sẻ
(VOVWORLD) - ໄພທີ່ ອິດສະຣາແອັນ ຈະເປີດການຕໍ່ສູ້ໃໝ່ຕ້ານ ອີຣານ ແມ່ນຫົວເລື່ອງທີ່ຫຼາຍພາຫະນະສື່ມວນຊົນພາກພື້ນ ແລະ ສາກົນໄດ້ເຕື້ອງເຖິງໃນໄລຍະຜ່ານມາ.
ອິດ​ສະ​ຣາ​ແອັນ ສ້າງ​ແຜນ​ການ​ດຳ​ເນີນ​ການ​ຕໍ່​ສູ້​ໃໝ່​ຕ້ານ ອີ​ຣານ - ảnh 1

Israeli Prime Minister Benjamin Netanyahu speaks at the plenum of the Knesset, Israel's parliament, in Jerusalem, November 10, 2025. File Photo: REUTERS/Ronen Zvulun

 

  ວັນທີ 20 ທັນວາ, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ: ໃນຂອບເຂດການຢ້ຽມຢາມ ອາເມລິກາ ໃນວັນທີ 28 ທັນວາຈະມາເຖິງ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ ຈະຍື່ນສະເໜີຕໍ່ປະທານນາທິບໍດີ ອາເມລິກາ Donald Trump ບັນດາແຜນການບຸກໂຈມຕີໃໝ່ຕ້ານ ອີຣານ. ແຫຼ່ງຂ່າວຢັ້ງຢືນວ່າ, ອິດສະຣາແອັນ ນັບມື້ນັບມີຄວາມວິຕົກກັງວົນຕໍ່ເລື່ອງ ອີຣານ ພວມກໍ່ສ້າງກຳລັງການຜະລິດລູກສອນໄຟນຳວິຖີຄືນໃໝ່ ຊ້ຳບໍ່ໜຳແມ່ນໄດ້ເປີດກ້ວາງອີກ ພາຍຫຼັງການຕໍ່ສູ້ໃນເວລາ 12 ວັນ ແລະ ຄືນລະຫວ່າງສອງຝ່າຍ ເມື່ອເດືອນມິຖຸນາຜ່ານມາ. ຄຽງຂ້າງນັ້ນ, ອິດສະຣາແອັນ ກໍ່ມີຄວາມວິຕົກກັງວົນຕໍ່ເລື່ອງ ອີຣານ ສາມາດຜັນຂະຫຍາຍການເຄື່ອນໄຫວເສີມທາດອູຣານຽມ ຂຶ້ນກັບໂຄງການນິວເຄຼຍຄືນໃໝ່. ແຕ່ເຖິງແນວນັ້ນກໍ່ຕາມ, ວົງການເຈົ້າໜ້າທີ່ ອິດສະຣາແອັນ ຍັງບໍ່ທັນຢັ້ງຢືນຂ່າວດັ່ງກ່າວເທື່ອ. ໄພທີ່ ອິດສະຣາແອັນ ຈະເປີດການຕໍ່ສູ້ໃໝ່ຕ້ານ ອີຣານ ແມ່ນຫົວເລື່ອງທີ່ຫຼາຍພາຫະນະສື່ມວນຊົນພາກພື້ນ ແລະ ສາກົນໄດ້ເຕື້ອງເຖິງໃນໄລຍະຜ່ານມາ.

ຕອບກັບ