(ພາບ: REUTERS) |
ໃນທ້າຍອາທິດນີ້, ຢູ່ລັດ Florida, ປະເທດ ອາເມລິກາ, ອຳນາດການປົກຄອງຂອງທ່ານປະທານນາທິບໍດີ ອາເມລິກາ Donald Trump ໄດ້ເປັນປະທານບັນດາການປຶກສາຫາລືສຳຄັນກັບບັນດາຄະນະຜູ້ແທນຈາກ ລັດເຊຍ ແລະ ຢູແກຼນ. ນີ້ຖືກຖືວ່າແມ່ນ ຄວາມມານະພະຍາຍາມດ້ານການທູດຢ່າງລຽນຕິດຂອງປະເທດນີ້ ເພື່ອແນໃສ່ຊອກຫາວິວັດດານສິ້ນສຸດການປະທະກັນທີ່ໄດ້ແກ່ຍາວໃນເວລາເກືອບ 4 ປີຜ່ານມາ. ບັນດາການພົບປະແບບຊຶ້ງໜ້າຢູ່ Miami ໃນວັນທີ 20 ທັນວາລະຫວ່າງ ລັດເຊຍ ແລະ ອາເມລິກາ ມີການເຂົ້າຮ່ວມຂອງທ່ານ Kirill Dmitriev, ທູດພິເສດຂອງທ່ານປະທານນາທິບໍດີ ລັດເຊຍ ແລະ ທ່ານ Witkoff, ທູດພິເສດຂອງທ່ານປະທານນາທິບໍດີ ອາເມລິກາ Donald Trump ແລະ ທ່ານ Jared Kushner, ລູກເຂີຍຂອງທ່ານ Donald Trump. ບັນດາຝ່າຍໄດ້ຮັບຮູ້ຄວາມຄຶບໜ້າກ່ຽວກັບການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ແຕ່ບໍ່ຮູ້ແຈ້ງວ່າ ລັດເຊຍ ຈະຮັບຮູ້ຫຼືບໍ່. ເຖິງວ່າ ເນື້ອໃນລະອຽດຂອງຂໍ້ສະເໜີສັນຕິພາບບໍ່ທັນໄດ້ເປີດເຜີຍກໍ່ຕາມ, ແຕ່ຝ່າຍ ລັດເຊຍ ຍັງຮັບຮູ້ວ່າ ບັນດາການປຶກສາຫາລືຈະສືບຕໍ່ແກ່ຍາວຮອດວັນທີ 21 ທັນວາ.