ອິດສະຣາແອນ ຍົກອອກເງື່ອນໄຂເຊື່ອມຕໍ່ການເຈລະຈາກັບປາແລັດສຕິນຄືນໃໝ່

Chia sẻ
(vovworld)-  ​ວັນ​ທີ 29/8, ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netayahu ​ໄດ້​ຮຽກຮ້ອງ​ປະທານາທິບໍດີ ປາ​ແລັດສຕິນ Abbas ....
ອິດສະຣາແອນ ຍົກອອກເງື່ອນໄຂເຊື່ອມຕໍ່ການເຈລະຈາກັບປາແລັດສຕິນຄືນໃໝ່ - ảnh 1
ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netayahu

 (vovworld)-  ​ວັນ​ທີ 29/8, ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netayahu ​ໄດ້​ຮຽກຮ້ອງ​ປະທານາທິບໍດີ ປາ​ແລັດສຕິນ Abbas ຈົ່ງ​ຕັດ​ສາຍ​ພົວພັນ​ກັບ​ກຸ່ມ​ຮາ​ມາດ​ເພື່ອ​ເປີດ​ຊ່ອງ​ທາງ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງຄືນ​ໃໝ່. ຈຸດປະສົງ​ຂອງທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netayahu​ ແມ່ນຢາກ​ໃຫ້ປະທານາທິບໍດີ ປາ​ແລັດສຕິນ Abbas ​ເລືອກ​ເອົາ​ວິທີ​ລົບ​ລ້າງລັດຖະບານ​ສາມັກຄີ​​ແຫ່ງ​ຊາດ ຊຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ຕົ້ນ​ປີ 2013. ທ່ານ​ນາຍົກລັດຖະມົນຕີອິດສະຣາ​ແອນ Benjamin Netayahu ຍັງ​ປາ​ຖະໜາ​ຈະ​ມີ​ການ​ຮ່ວມ​ມື​ກັບ ປະທານາທິບໍດີປາ​ແລັດສຕິນ Abbas ​ໃນ​ວິວັດທະນາ​ການ​ການທູດ. ກ່ອນ​ໜ້າ​ນັ້ນ, ອິດສະຣາ​ແອນ ​ໄດ້​​ໂຈະ​ການ​ເຈລະຈາ​ກ່ຽວ​ກັບ​ຂໍ້​ຕົກລົງ​ສັນຕິພາບ​ກັບ​ອຳນາດ​ການ​ປົກຄອງປາ​ແລັດສຕິນພາຍຫຼັງ​ທີ່ປາ​ແລັດສຕິນ​ໄດ້​ສ້າງ​ຕັ້ງ​ລັດຖະບານ​ສາມັກຄີ​​ແຫ່ງ​ຊາດ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຸ່ມ​ຮາ​ມາດ.