ອັດງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 21

Chia sẻ
(VOVWORLD) -ພາຍຫລັງດຳເນີນໄປເປັນເວລາ 5 ວັນ ດ້ວຍການເຄື່ອນໄຫວຟົດຟື້ນຫລາຍຢ່າງ, ຕອນຄ່ຳວັນທີ 27 ພະຈິກ, ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 21 ດ້ວຍຫົວຂໍ້ວ່າ “ສ້າງພື້ນຖານອຸດສາຫະກຳຮູບເງົາ ຫວຽດນາມ ດ້ວຍສີສັນຊາດ, ວັດທະນະທຳມະນຸດ, ປະດິດຄິດສ້າງ ແລະ ເຊື່ອມໂຍງ” ໄດ້ອັດລົງຢ່າງເປັນທາງການຢູ່ແຂວງ ບ່າເຣ້ຍ - ຫວູງເຕົ່າ.
ອັດງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 21 - ảnh 1 ອັດງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 21 (ພາບ: TTXVN)

        ກ່າວຄຳເຫັນທີ່ພິທີອັດ, ທ່ານ ຕະກວາງດົງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຢືນຢັນວ່າ: ຜົນສຳເລັດຂອງງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 21 ແມ່ນບາດກ້າວຄຳຄັນໃນການນຳຮູບເງົາ ຫວຽດນາມ ມຸ່ງໄປເຖິງພື້ນຖານອຸດສາຫະກຳຮູບເງົາປະດິດຄິດສ້າງ ແລະ ເຊື່ອມໂຍງ. ທ່ານກ່າວວ່າ:

        “ງານມະໂຫລານຮູບເງົາ ຫວຽດນາມ ຄັ້ງທີ 21 ວາງຄາດໝາຍຈຸດສຸມແມ່ນມີຄຸນນະພາບ ແລະ ລັກສະນະມືອາຊີບ, ມຸ່ງໄປເຖິງຜົນງານຮູບເງົາທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເນື້ອໃນເຕັມໄປດ້ວຍລັກສະນະວັດທະນະທຳມະນຸດ, ສິລະປະ, ສະແດງລັກສະນະໃໝ່ອ່ຽມ, ປະດິດຄິດສ້າງ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງມີປະສິດທິຜົນ.

ຕອບກັບ